spot_img
Homeຂ່າວຕ່າງປະເທດຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການມີສ່ວນແຜ່ກະຈາຍຕິດຕໍ່ໄປທົ່ວໂລກໄດ້ຢ່າງໄວວາ.

ຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການມີສ່ວນແຜ່ກະຈາຍຕິດຕໍ່ໄປທົ່ວໂລກໄດ້ຢ່າງໄວວາ.

Published on

ເວັບໄຊ ນິວຢອກທາມ ລາຍງານເມື່ອວັນທີ 3 ເມສາ ທີ່ຜ່ານມາວ່າ ທ່ານ ໝໍ ໂຣເບີດ ເຣດຟິລ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນໂຣກຕິດຕໍ່ແຫ່ງຊາດ ຫຼື CDC ຂອງອາເມລິກາ ເປີດເຜີຍຂໍ້ມູນພົບວ່າ: ຜູ້ຕິດເຊື້ອໄວຣັສໂຄວິດ-19 ປະມານ 25% ອາດບໍ່ສະແດງອາການຂອງໂຣກອອກມາ ແລະ ສິ່ງນີ້ບົ່ງບອກໄດ້ວ່ານີ້ເປັນ ສາເຫດທີ່ເຮັດໃຫ້ມີການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ໄປທົ່ວອາເມລິກາ.

ຂໍ້ມູນໃໝ່ນີ້, ເຮັດໃຫ້ທາງ CDC ຕ້ອງທົບທວນຄຳແນະນຳທີ່ເຄີຍບອກປະຊາຊົນວ່າ ຖ້າບໍ່ມີອາການປ່ວຍຈາກໄຂ້ຫວັດ ບໍ່ຈຳເປັນຕ້ອງໃສ່ຜ້າປິດປາກ.

ຕາມການລາຍງານການວິເຄາະເລື່ອງນີ້ ຂອງທີມນັກວິໄຈໃນຮົງກົງໃຫ້ຮູ້ວ່າ ຜູ້ຕິດເຊື້ອປະມານ 20-40% ໃນຈີນ ທີ່ເປັນຜູ້ແຜ່ກະຈາຍເຊື້ອກ່ອນທີ່ຈະມີອາການປ່ວຍສະແດງອອກມາ ດ້ວຍເຫດຜົນນີ້ ຜູ້ຕິດເຊື້ອທີ່ບໍ່ສະແດງອາການ ຈຶ່ງສາມາດອະທິບາຍໃນເບື້ອງຕົ້ນໄດ້ວ່າເປັນຫຍັງເຊື້ອໄວຣັດດັ່ງກ່າວຈຶ່ງແຜ່ກະຈາຍຕິດຕໍ່ໄປທົ່ວໂລກໄດ້ຢ່າງໄວວາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...