spot_img
Homeຄວາມງາມ"ຜິວມັນ" ກໍ່ມີຂໍ້ດີຄືກັນ

“ຜິວມັນ” ກໍ່ມີຂໍ້ດີຄືກັນ

Published on

ໜຸ່ມ-ສາວຄົນໃດທີ່ມີຜິວໜ້າມັນ ມັກຈະຮູ້ສຶກຫງຸດງິດກັບຄວາມມັນຂອງໃບໜ້າຕົນເອງຢູ່ສະເໝີ ເພາະມື້ໜຶ່ງຕ້ອງໄດ້ຊັບຄວາມມັນທີ່ໜ້າຫຼາຍເທື່ອ ຫຼາຍຄົນກໍ່ມັກຈະແນມເຫັນຂໍ້ເສຍຂອງຄວາມມັນທີ່ໃບໜ້າ ແຕ່ນ້ອຍຄົນນັກຈະເຫັນຂໍ້ດີຂອງມັນ ໃນຄໍລຳຄວາມງາມມື້ນີ້ ແອັດມິນເລີຍ ມີຂໍ້ດີຂອງຜິວມັນມາຝາກ

– ຄົນທີ່ມີຜິວມັນນັ້ນໜ້າຈະນານເຖົ້າ ຮອຍແຫ່ວນານເກີດກວ່າຄົນຜິວແຫ້ງ ເພາະນ້ຳມັນທີ່ໜ້ານີ້ລະເຮັດໃຫ້ຜິວໜ້າຊຸ່ມຊື່ນ ບໍ່ເກີດຮອຍແຫ່ວໄວ

– ບໍ່ແຕ່ງໜ້າກໍ່ເບິ່ງຄືຜິວຊຸ່ມຊື່ນສຸຂະພາບດີ ພຽງທາແປ້ງໃສ່ໜ້າບາງໆ ກໍ່ເຮັດໃຫ້ຜິວເປັນລຽບນຽນໄດ້ງ່າຍແລ້ວ

– ມີບັນຫາຜິວໜ້ອຍກວ່າຄົນຜິວແຫ້ງ ເພາະບໍ່ຕ້ອງມີບັນຫາເລື່ອງຜິວລອກ, ຜິວແຫ້ງເປັນຂຸຍ ແຕ່ງໜ້າຍາກ

– ບໍ່ຕ້ອງບຳລຸງຜິວຫຼາຍຂັ້ນຕອນ ເພາະດ້ວຍຄວາມມັນ ພຽງລົງຄຣີມບຳລຸງແຕ່ຢ່າງດຽວກໍ່ພໍແລ້ວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...