spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຜິດຖຽງກັບເມຍ ແລ້ວລາກເອົາໄມ້ຄ້ອນມາຕີງ່ອນພ້ອມລົງມືປາດຄໍຕາຍຢ່າງໂຫດຫ້ຽມ

ຜິດຖຽງກັບເມຍ ແລ້ວລາກເອົາໄມ້ຄ້ອນມາຕີງ່ອນພ້ອມລົງມືປາດຄໍຕາຍຢ່າງໂຫດຫ້ຽມ

Published on

ເກີດມີເຫດຄາດຕະກຳຜົວຂ້າເມຍຕາຍຢູ່ຖຽງນາແຫ່ງໜຶ່ງຂອງບ້ານນາທະລັງ ເມືອງພີນ ແຂວງສະຫວັນນະເຂດ ໃນຕອນເຊົ້າຂອງວັນທີ 22 ກັນຍາ 2015 ນີ້ ເວລາປະມານ 7 ໂມງ 30 ນາທີ. ເຊີ່ງໄດ້ຮັບການລາຍງານຈາກຜູ້ສື່ຂ່າວປະຈຳເມືອງພີນ: ສະນັ້ນເຈົ້າໜ້າທີ່ ປກສ ເມືອງພີນກໍ່ໄດ້ຈັດສົ່ງທິມສຶບສວນ-ສອບສວນລົງພິສູດສະຖານທີ່ເກີດເຫດເພື່ອຫາຫລັກຖານທີ່ແທ້ຈິງວ່າມີການຂ້າກັນຕາຍຢູ່ຖຽງນາແທ້ຫຼືບໍ່ ຈຶ່ງຮູ້ໄດ້ວ່າ: ກ່ອນເກີດເຫດທ້າວ ກົ້ວ ອາຍຸ 34 ປີ ແລະ ນາງຕາດຳ ອາຍຸ 31 ປີ ເຊີ່ງທັງສອງແມ່ນເປັນຜົວ-ເມຍກັນເຊີ່ງມີລູກຮ່ວມກັນ 2 ຄົນ ຜູ້ຊາຍອາຍຸປະມານ 5 ປີ ແລະ ຜູ້ຍິງອາຍຸປະມານ 1 ປີ ຢູ່ບ້ານນາທະລັງ ເມືອງພີນ ແຂວງສະຫວັນນະເຂດ ເຊີ່ງທັງສອງຜົວ ແລະ ເມຍພ້ອມລູກໄດ້ອອກໄປນາໃນເວລາຕອນເຊົ້າ ໃນເມື່ອໄປຮອດຖຽງນາກໍ່ເກີດມີການຜິດຖຽງກັນລະຫວ່າງຜົວ-ເມຍ ຢ່າງຮຸນແຮງເຊີ່ງມີການປ້ອຍດ່າກັນສາລະພັດ ແລະ ບໍ່ສາມາດ ລົງລອຍກັນໄດ້ຈົນຜູ້ເປັນຜົວ ກໍ່ບໍ່ສາມາດຄຸມອາລົມຈິດບໍ່ຢູ່ກໍ່ເລີຍລາກເອົາໄປຄ້ອນ ມາຕີງ່ອນດົ້ນເມຍ 1 ບາດ ເຮັດໃຫ້ນາງຜູ້ເປັນເມຍລົ້ມພຸບລົງກັບບາດ ໃນເມື່ອເມຍລົ້ມລົງຄວາມຄຽດຍັງບໍ່ໜຳໃຈ ກໍ່ເລີຍກະຊາກເອົາພ້າມາປາດຄໍເມຍຕື່ມອີກ ອັນໄດ້ເຮັດໃຫ້ນາງຜູ້ເປັນເມຍຕາຍຄາທີ່ຢ່າງອາໜາດ.
ຈາກການບອກເລົ່າຂອງປະຊາຊົນພາຍໃນບ້ານດຽວກັນເລົ່າວ່າ ຄອບຄົວນີ້ເກີດມີຄວາມຜິດຖຽງກັນມາຕະຫລອດ ເຊີ່ງຜ່ານມາທ້າວກົ້ວເຄີຍເສບຢາບ້າມາໃນໄລຍະໜຶ່ງກໍເລີກໄປປະຈຸບັນ ເຈົ້າໜ້າທີ່ຕຳຫຼວດໄດ້ທຳການກັກຕົວ ທ້າວກົ້ວ ພ້ອມດຳເນີນຄະດີຕາມກົດໝາຍ

11947556_702220969908856_3113185816197371273_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...