spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຜັກຕໍານິນ ມີສັບພະຄຸນຕ້ານຫຼາກຫຼາຍພະຍາດ

ຜັກຕໍານິນ ມີສັບພະຄຸນຕ້ານຫຼາກຫຼາຍພະຍາດ

Published on

ຜັກຕໍານິນມີຄຸນຄ່າທາງອາຫານສູງ ແລະມີສັບພະຄຸນທັງຈັດເປັນສະໝູນໄພຊັ້ນເລີດ ທີ່ຫາໄດ້ງ່າຍ ແລະລາຄາບໍ່ແພງ.

ຄຸນຄ່າທາງອາຫານຂອງຜັກຕໍານິນ: ຍອດຜັກຕໍານິນໃຊ້ແຕ່ງອາຫານ ຜັກຕໍານິນ 100 ກະລາມ ປະກອບໄປດ້ວຍໂປຣຕີນ 3.3 ກະລາມ, ວິຕາມິນບີ1 0.17 ມິນລີກະລາມ, ແຄວຊຽມ 126 ມິນລີກະລາມ ຟົດສະຟໍຣິກ 30 ມິນລີກະລາມ, ທາດເຫຼັກ 4.6 ມິນລີກະລາມ, ໄນອາຊີນ 1.2 ມິນລີກະລາມ, ວິຕາມິນຊີ 13 ມິນລີກະລາມ ໃຍອາຫານ 2.2 ກະລາມ ແລະເບຕ້າໂຣທີນສູງເຖິງ 699.88 ໄມໂຄຣກະລາມ ຫຼາຍກວ່າໝາກອຶ.

ປະໂຫຍດຂອງຜັກຕໍານິນ: ໃບຜັກຕໍານິນສາມາດດັບຜິດຮ້ອນ, ຖອນຜິດໄຂ້, ແກ້ໂຕຮ້ອນ, ດັບຜິດຝີ, ແກ້ເຈັບແສບເຈັບຮ້ອນ ແລະແກ້ຄັນ. ດອກຂອງມັນກໍສາມາດແກ້ຄັນໄດ້ ແລະແກ່ນຂອງມັນຕໍາປະສົມກັບນໍ້າມັນໝາກພ້າວທາແກ້ຫືດ, ໃສ່ຕາ,​ ແກ້ຕາຟາງ,​ ຕາແດງ, ຕາຊໍ້າ, ອັກເສບໃນຕາ,​ ດັບຜິດ,​ ແກ້ອັກເສບ ປະສົມກັບນໍ້າດື່ມແກ້ເມົາຫົວ,​ ປວດຮາກ  ແລະທັງຕົ້ນ, ໃບ ແລະຮາກຂອງມັນຍັງສາມາດແກ້ພະຍາດເບົາຫຫວານ.

ສັບພະຄຸນທາງຢາ: ຊ່ວຍຮັກສາພະຍາດເບົາຫວານ ເອົາເຄືອແກ່ໆ ປະມານ 1 ກໍ້າມື ຕົ້ມກັບນໍ້າ ຫຼືຄັ້ນນໍ້າຈາກເຄືອດິບ ດື່ມມື້ລະ 2 ຄັ້ງເຊົ້າ-ແລງ ຈະສາມາດຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ.

ຮັກສາອາການແພ້: ຫຼຸດອາການຄັນ,​ ອາກອັກເສບເຊັ່ນ: ງູກັດ, ມົດ… ໂດຍການເອົາໃບຜັກຕໍານິນສົດ 1 ກໍາມື ( ຫຼາຍ ຫຼືນ້ອຍຕາມທີ່ຕ້ອງການ ) ລ້າງໃຫ້ສະອາດ ແລ້ວຕໍາໃຫ້ລະອຽດປະສົມກັບນໍ້າເລັກໜ້ອຍ ແລ້ວເອົາແຕ່ນໍ້າມາທາບໍລິເວນທີ່ມີອາການ ທາຊໍ້າຈົນກວ່າຈະດີ.

ຫຼຸດອາການທ້ອງອືດ: ຄວນກິນສົດໆ ເພາະເອນໄຊມໃນຜັກຕໍານິນຈະຍ່ອຍສະຫຼາຍງ່າຍເມື່ອຖືກຄວາຮ້ອນ.

ແກ້ຕາຊໍ້າຕາແດງ: ຕັດເອົາເຄືອເປັນທ່ອນຍາວປະມານ 2 ນິ້ວເອົາມາທັບໃຫ້ພໍປັ້ນເອົນນໍ້າມັນໄດ້ ແລ້ວເອົາມາຢາດໃສ່ຕາ, ແລະວິທີເຮັດໃຫ້ໃບໜ້າເຕັ່ງຕຶງ: ເອົາຍອດຜັກຕໍານິນ ½ ຖ້ວຍ, ນໍ້າເຜີ້ງສົດ ½ ຖ້ວຍ ເອົາມາປະສົມກັນປັ່ນໃຫ້ລະອຽດ ພອກໜ້າປະໄວ້ປະມານ 20 ນາທີ ແລ້ວລ້າງອອກ ເຮັດທຸກມື້ໄດ້ຍິ່ງເປັນການດີ.​

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...