spot_img
Home​ຂ່າວທ່ອງທ່ຽວປ່າຫີນ ອີກໜຶ່ງທ່າແຮງການທ່ອງທ່ຽວ ເມືອງຮຸນ.

ປ່າຫີນ ອີກໜຶ່ງທ່າແຮງການທ່ອງທ່ຽວ ເມືອງຮຸນ.

Published on

ປ່າຫີນ ເປັນລານຫີນກວ້າງຢູ່ໃນເຂດພື້ນທີ່ເມືອງຮຸນ ແຂວງອຸດົມໄຊ ຫຼາຍຄົນທີ່ໄດ້ໄປເຫັນ ເວົ້າເປັນສຽງດຽວກັນວ່າ: ຖ້າຫັນເອົາເຂດນີ້ພັດທະນາໃຫ້ກາຍເປັນເຂດອຸທິຍານປ່າຫີນງາມ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຍົກໃຫ້ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງຮຸນ ກໍ່ຄື ແຂວງອຸດົມໄຊ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຈຳນວນບໍ່ໜ້ອຍ.

8870

ລານຫີນທີ່ກວ້າງຂວາງເກີດຈາກການກັດເຊາະເນື້ອດິນ ແລະ ຫີນ ໃນສ່ວນທີ່ຈັບໂຕກັນ ຢ່າງເບົາບາງຫຼຸດອອກໄປ ຫຼາຍເດືອນຫຼາຍປີ ຈຶ່ງເຮັດໃຫ້ເກີດໂຂດຫີນທີ່ມີຮູບຮ່າງລັກສະນະແຕກຕ່າງກັນ ເບິ່ງແລ້ວມີຄວາມງົດງາມ ແລະ ໜ້າອັດສະຈັນ, ໃນປ່າຫີນປະກອບດ້ວຍຕົ້ນໄມ້ທີ່ແຕກຕ່າງກັນໄປ ຕາມສະພາບພື້ນທີ່ ແລະ ລະດັບຄວາມສູງ.

Pa-Hin-Ngam-National-Park

ສະຖານທີ່ແຫ່ງນີ້ແມ່ນອຸດົມສົມບູນໄປດ້ວຍທຳມະຊາດ ຖ້າຫາກພັດທະນາເຂດນີ້ ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວ ພ້ອມທັງສ້າງສິ່ງອຳນວຍຄວາມສະດວກຕ່າງໆ ບໍ່ວ່າຈະເປັນສະຖານທີ່ຈອດລົດ, ເສັ້ນທາງເຂົ້າເຖິງ, ຮ້ານຄ້າ ຮ້ານອາຫານ, ຫ້ອງນ້ຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມທັງກິດຈະກຳທີ່ສາມາດດຶງດູໃຫ້ຜູ້ຄົນເຂົ້າມາ ຮັບຮອງວ່າ ປ່າຫີນ ແຫ່ງນີ້ ຈະກາຍເປັນອີກສະຖານທີ່ ໜຶ່ງ ທີ່ສ້າງລາຍໄດ້ໃຫ້ກັບຂະແໜງການທ່ອງທ່ຽວ ແລະ ປະຊາຊົນບໍລິເວນນັ້ນ.

ປ່າຫີນ ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນທາງທຳມະຊາດອີກແຫ່ງໜຶ່ງຂອງເມືອງຮຸນ ມີຄວາມສວຍງາມເປັນເອກະລັກສະເພາະທີ່ທຳມະຊາດສ້າງຂຶ້ນ ທີ່ຍັງຄົງຮັກສາຄວາມອຸດົມສົມບູນ ຂອງທຳມະຊາດ ໄວ້ເປັນຢ່າງດີ.

ພາບຈາກທ່ອງທ່ຽວອຸດົມໄຊ.

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...