ປ່ອຍເງິນກູ້ 4.500 ຕື້ກີບ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ

0
627

ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງຜັນຂະຫຍາຍຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຈຳນວນ 4.500 ຕື້ກີບ ໃນອັດຕາດອກເບ້ຍຄົງທີ່ 2,5% ຕໍ່ປີ ໃຫ້ທະນາຄານທຸລະກິດ ແລະ ປ່ອຍກູ້ໃຫ້ຫົວໜ່ວຍທຸລະກິດໃນອັດຕາດອກເບ້ຍ ສູງສຸດບໍ່ເກີນ 6% ຕໍ່ປີ ແນໃສ່ການສົ່ງເສີມ ການຜະລິດພາຍໃນໃຫ້ເຂັ້ມແຂງ ເພື່ອກະຕຸ້ນເສດຖະກິດຂອງປະເທດ.