spot_img
Homeປ່ອງຢ້ຽມດວງດາວປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(2)

ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(2)

Published on

laopost-sat6
ພາບພູມປະເທດແຖບ Notic Labyrinthus ເທິງດາວອັງຄານ ທ່າມກາງທີ່ຮາບສູງພູເຂົາໄຟ Thasis ແລະແຖບພູເຂົາໄຟ Valles Marineris ຖ່າຍໂດຍຍານສຳຫຼວດ Marcs Reconnaissance Orbiter ເມື່ອວັນທີ 31 ທັນວາ 2013.

 

laopost-sat7
ຮູບຂຸມອຸກກາບາດເທິງພື້ນຜິວຂອງດາວອັງຄານ ຖ່າຍໂດຍກ້ອງ High Resolution Imaging Science Experiment (HiRISE) ຂອງຍານສໍາຫຼວດ Mars Reconnaissance Orbiter ເມື່ອວັນທີ 19 ພຶດສະພາ 2013 ຂຸມອຸກກາບາດແຫ່ງນີ້ມີຂະໜາດປະມານ 30 ແມັດ ອ້ອມຮອບໄປດ້ວຍຮ່ອງຮອຍຂອງແຮງທີ່ເກີດຈາກການລະເບີດ ໂດຍຂຸມອຸກກາບາດທີ່ມີສີໂທນຟ້ານັ້ນໝາຍຄວາມວ່າເປັນຂຸມທີ່ຫາກໍເກີດໃໝ່ໄດ້ບໍ່ດົນປານໃດ ເນື່ອງຈາກແຮງປະທະໄດ້ເຮັດໃຫ້ຝຸ່ນສີແດງຂອງດາວອັງຄານປິວອອກໄປຈົນເຜີຍໃຫ້ເຫັນພື້ນຜິວຂອງບໍລິເວນນັ້ນ.

 

laopost-sat8
ຮູບຂອງເມກສະເຕຣໂຕຄິວມູລັສ ຖ່າຍໂດຍລູກເຮືອຈາກຄະນະເດິນທາງທີ່ 34 ຂອງສະຖານີອະວະກາດນານາຊາດ ຂະນະໂຄຈອນເໜືອມະຫາສະໝຸປາຊິຟິກດ້ານທິດຕາເວັນຕົກສຽງເໜືອ ໃກ້ກັບປະເທດຍີ່ປຸ່ນ ເມື່ອວັນທີ 4 ກຸມພາ 2013.

 

laopost-sat9
ຮູບຖ່າຍດາວທຽມຂອງອົງການນາຊາ ສະແດງໝອກຄວັນກະຈາຍກວ້າງ ສ່ວນໜຶ່ງເກີດຈາກເກາະພູເຂົາໄຟ Ambrym ລອຍໄປທົ່ວມະຫາສະໝຸດປາຊິຟິກຕອນໃຕ້ ຖ່າຍເມື່ອວັນທີ 7 ມັງກອນ 2014.

laopost-sat10

ຮູບຖ່າຍແສງສີຈິງຂອງເກາະເຊນ ເຮເລນາ ທ່າມກາງກຸ່ມເມກ ເໜືອມຫາສະໝຸດແອັດແລນຕິກຕອນໃຕ້ ຖ່າຍໂດຍດາວທຽມ Terra ເມື່ອວັນທີ 15 ພະຈິກ 2012 ເກາະເຊນເຮເລນາເປັນເກາະຂະໜາດນ້ອຍໆ ທີ່ຕັ້ງຢູ່ໄກຈາກອາຟຣິກາໄປທາງທິດຕາເວັນຕົກປະມານ 1,860 ກມ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...