spot_img
Homeແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ

ປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ

Published on

ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນອອກແຈ້ງການເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ທີ່ສັນຈອນຜ່ານຂົວນໍ້າຄານເກົ່າ ( ຂົວເບເລ ) ຢູ່ບ້ານ ຫມື່ນນາ-ບ້ານ ເມືອງງາ ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ.

ເລື່ອງ: ການປິດການສັນຈອນເທິງຫນ້າຂົວຊົ່ວຄາວໄລຍະ 1 ວັນ ສ້ອມແປງ ຂົວນໍ້າຄານເກົ່າ ( ຂົວເບເລ ) ຢູ່ ບ້ານ ຫມື່ນນາ-ບ້ານ ເມືອງງາ ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ.
ອີງຕາມ ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ( ສະບັບປັບປຸງ ), ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ2015;
– ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້ານະຄອນຫຼວງພະບາງ, ສະບັບເລກທີ 395 /ຈນ-ຫຼຸບ, ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນ ຫຼວງ
ພະບາງ.

ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ທີ່ສັນຈອນ ນໍາໃຊ້ເສັ້ນທາງຜ່ານ ຂົວນໍ້າຄານເກົ່າ ( ຂົວເບເລ ) ທີ່ຢູ່ບ້ານ ຫມື່ນນາ ຫາ ບ້ານ ເມືອງງາ ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ ຊາບວ່າ: ໃນວັນທີ 1 ຕຸລາ 2023, ກົງກັບວັນທິດ ( ເລີ່ມແຕ່ເວລາ 7:00 ໂມງຕອນເຊົ້າ – 16:00 ໂມງຕອນແລງ) ທາງຫ້ອງການ ໂຍທາທິ ການ ແລະ ຂົນສົ່ງ ນະຄອນຈະໄດ້ປິດຂົວນໍ້າຄານເກົ່າ ( ຂົວເບເລ) ຢູ່ບ້ານ ຫມື່ນນາ-ບ້ານ ເມືອງງາ ເພື່ອສ້ອມແປງ ຫນ້າ ຂົວຄືນໃຫມ່ ເປັນເວລາ 1 ວັນ.
ບ່ອນສົ່ງ
ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງທ່ານຊາບຢ່າງທົ່ວເຖິງ ແລະ ພ້ອມກັນປະຕິບັດດ້ວຍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...