spot_img
Homeຂ່າວພາຍ​ໃນປາຖະກະຖາວັນຊາດ ສສ ຫວຽດນາມ ຢູ່ແຂວງສະຫວັນນະເຂດ

ປາຖະກະຖາວັນຊາດ ສສ ຫວຽດນາມ ຢູ່ແຂວງສະຫວັນນະເຂດ

Published on

wed11sep1

ວັນທີ 5 ກັນຍາ 2013 ຢູ່ທີ່ສະໂມສອນກອງບັນຊາ ການທະຫານແຂວງສະຫວັນ ນະເຂດ ໄດ້ຈັດຕັ້ງຮັບຟັງປາຖະກະຖາວັນຊາດສາທາລະ ນະລັດສັງຄົມນິຍົມຫວຽດ ນາມ ຄົບຮອບ 68 ປີ (2/9/ 1945-2/9/2013) ໂດຍການ ປາຖະກະຖາຂອງສະຫາຍ ຫງວຽນນາມເກືອງ, ຫົວໜ້າ ກົງສຸນໃຫຍ່ ສສ. ຫວຽດນາມ ປະຈຳແຂວງສະຫວັນນະເຂດ ເຊິ່ງມີຄະນະພັກ-ຄະນະບັນ ຊາ ນາຍທະຫານໃນອົງການ 4 ຫ້ອງກົມກອງອ້ອມຂ້າງເຂົ້າ ຮ່ວມ.
ໃນການຫວນຄືນມູນເຊື້ອ ຄັ້ງນີ້ ສະຫາຍ ຫງຽນນາມ ເກືອງ ໄດ້ເວົ້າເຖິງການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນຝຣັ່ງທີ່ ເຂົ້າມາຮຸກຮານຫວຽດນາມ ເຮັດໃຫ້ປະຊາຊົນຫວຽດນາມ ສູນເສຍສິດເປັນເຈົ້າບໍ່ມີອິດ ສະລະພາບ ຖືກກົດຂີ່ຢ່າງໜັກ ໜ່ວງ,    ປະຊາຊົນຫວຽດນາມ
ບໍ່ສາມາດອົດທົນຕໍ່ການກົດຂີ່ ຂູດຮີດອັນແສນທໍລະມານ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດ ລຽນຕິດ, ເພື່ອຊີ້ນຳ-ນຳພາ ການຕໍ່ສູ້ຍາດເອົາເອກະລາດ ພັກກອມມູນິດຫວຽດນາມ ຈຶ່ງ ໄດ້ຮັບການສ້າງຕັ້ງຂຶ້ນ ມັນ ເປັນບາດລ້ຽວອັນຍິ່ງໃຫຍ່ໃນ ປະຫວັດສາດຂອງການປະຕິ ວັດຫວຽດນາມ ນັບຈາກນັ້ນ ມາຂະບວນການວິວັດແຫ່ງ ການຕໍ່ສູ້ປົດປ່ອຍຊາດ ຍາດ ເອົາອຳນາດການປົກຄອງ ທ້ອນໂຮມປະເທດຊາດເປັນ ເອກະພາບ ນຳເອົາປະເທດ ຊາດກ້າວສູ່ສັງກາດແຫ່ງ ຄວາມເປັນເອກະລາດ ປະ ກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ສືບຕໍ່ພາລະກິດຕໍ່ສູ້ປົດ ປ່ອຍພາກໃຕ້ເພື່ອທ້ອນໂຮມ ປະເທດຊາດໃຫ້ເປັນເອກະ ພາບ ແລະ ສະຖາປະນາສາທາ ລະນະລັດ ສັງຄົມນິຍົມຫວຽດ ນາມ ຂຶ້ນ, ທັງນີ້ກໍ່ເພື່ອເຮັດໃຫ້ ນາຍທະຫານເຫັນໄດ້ເຖິງມູນ ເຊື້ອແຫ່ງການຕໍ່ສູ້ຮ່ວມຂຸມ ຄອງດຽວກັນຂອງສອງຊາດ ລາວ-ຫວຽດນາມ ເຫັນໄດ້ພັກ ນຳພາອັນສະຫຼາດສ່ອງໃສ ຂອງປະທານ ໂຮ່ຈີມິນ ເປັນຜູ້ ນຳພາຈຶ່ງໄດ້ຮັບໄຊຊະນະຕະ ລອດມາ.
ຂ່າວໃຫ້ຮູ້ຕື່ມວ່າ: ກ່ອນໜ້າ ນັ້ນວັນທີ 2 ກັນຍາ 2013 ຢູ່ທີ່ ສະໂມສອນຫ້ອງວ່າການປົກ ຄອງແຂວງສະຫວັນນະເຂດ ກໍ່ໄດ້ຈັດຕັ້ງປາຖະກະຖາມູນ ເຊື້ອວັນຊາດສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບ ຮອບ 68 ປີ, ໂດຍການປາຖະ ກະຖາຂອງສະຫາຍ ລາຫຸນ ມາຢາງວັງ, ຄະນະປະຈຳພັກ ແຂວງ, ຫົວໜ້າໂຄສະນາອົບ ຮົມແຂວງ ໂດຍມີພະນັກງານ ລັດຖະກອນ ແລະ ຊັ້ນຄົນ ຕ່າງໆເຂົ້າຮ່ວມຟັງຈຳນວນ ຫຼາຍ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...