spot_img
Homeນານາສາລະປັດໄຈທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນໃນລະດູການນີ້

ປັດໄຈທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນໃນລະດູການນີ້

Published on

ກຳລັງເປັນເລື່ອງທີ່ຫຼາຍຄອບຄົວກຸ້ມໃຈກໍລະນີຄ່າໄຟຟ້າເດືອນມີນາ 2020 ທີ່ມີຫຼາຍສຽງຢືນຢັນວ່າ ແພງກວ່າເດືອນທີ່ຜ່ານມາເຊິ່ງປັດໄຈທີ່ເຮັດໃຫ້ຄ່າໄຟຟ້າໃນເຮືອນເພີ່ມສູງຂຶ້ນນັ້ນ ສ່ວນຫຼາຍທີ່ໄດ້ຮັບຜົນກະທົບຈະແມ່ນເຮືອນທີ່ມີເຄື່ອງໃຊ້ໄຟຟ້າຄົບເຊັ່ນ: ແອຣ໌, ເຄື່ອງຟອກອາກາດ, ພັດລົມໄອນໍ້າ ແລະ ຕູ້ເຢັນ.

ຫຼັກການຂອງເຄື່ອງທຳຄວາມເຢັນເຊັ່ນ: ແອຣ໌ ແມ່ນຖ້າຫາກວ່າອາກາດທາງນອກຮ້ອນໜ່ວຍການໃຊ້ງານໄຟກໍ່ຈະໝູນໄວຂຶ້ນ ເພາະຄອມເພຣສເຊີເຮັດວຽກໜັກ ສັງເກດໄດ້ຄືສຽງຄອມເພຣສເຊີດັງດົນ ມິດເຕີແຮງໝູນໄວ ແລະ ເທົ່າກັບເງິນຄ່າໄຟຟ້າທີ່ເພີ່ມຂຶ້ນ ແລະ ຖ້າຕົວໄຟຟ້າເພີ່ມຂຶ້ນຫຼາຍເທົ່າໃດແມ່ນຈະຖືກເກັບໄຟຟ້າສູງແບບອັດຕາກ້າວໜ້າ.

ໃນຂະນະທີ່ຕູ້ເຢັນ ເມື່ອອາກາດຮ້ອນຂຶ້ນກວ່າເກົ່າ ຄອມເພຣສເຊີກໍ່ຈະເຮັດວຽກໜັກເພື່ອຮັກສາອຸນຫະພູມທີ່ຕັ້ງໄວ້ ເວລາທີ່ພວກເຮົາເປີດຕູ້ເຢັນໄວ້ດົນ ຫຼື ເປີດຫຼາຍພຽງໃດກໍ່ຈະເປືອງໄຟເພີ່ມຕາມຕົວຈິງຂອງການໃຊ້ງານຕູ້ເຢັນ ຫຼື ຖ້າໃສ່ເຄື່ອງເຂົ້າໄປໃນຕູ້ເຢັນຫຼາຍ ຕູ້ເຢັນກໍ່ຈະເຮັດວຽກໜັກ ແລະ ຈະກິນໄຟເພີ່ມ. ດັ່ງນັ້ນ, ການແຊ່ເຄື່ອງກິນໄວ້ໃນຕູ້ເຢັນໃນປະລິມານຫຼາຍກໍ່ຈະເຮັດໃຫ້ຄ່າໄຟເພີ່ມໄດ້ເຊັ່ນດຽວກັນ ສຳລັບເຄື່ອງຟອກອາກາດທຸກຍີ່ຫໍ້ນັ້ນ ບໍ່ໄດ້ປະຢັດໄຟຟ້າ ຖ້າຫາກເປີດພ້ອມກັບແອຣ໌ ຈະເຮັດໃຫ້ເປືອງໄຟຄູນກຳລັງ 2.

ຕາມໜັງສືປັບປຸງໂຄງສ້າງລາຄາໄຟຟ້າ ເລີ່ມແຕ່ເດືອນ ພຶດສະພາ 2020 ເຖິງເດືອນ ທັນວາ 2025 ອອກເມື່ອວັນທີ 11 ເມສາ 2020ທີ່ຜ່ານມາ ຫົວໜ້າລາຄາຄິດໄລ່ໄຟຟ້າຕໍ່ກີບ/ກິໂລວັດໂມງ (ກີບ/kWh) ເຊິ່ງມີການກຳນົດລາຍລະອຽດດັ່ງລຸ່ມນີ້:

ຮຽບຮຽງບົດໂດຍ: ພຸດສະດີ

ແຫຼ່ງຂໍ້ມູນ: ໄຟຟ້ານະຄອນຫຼວງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...