spot_img
Homeນານາສາລະປະໂຫຍດ 9 ຢ່າງຂອງໂຢເກິດ ທີ່ຫຼາຍຄົນບໍ່ຮູ້

ປະໂຫຍດ 9 ຢ່າງຂອງໂຢເກິດ ທີ່ຫຼາຍຄົນບໍ່ຮູ້

Published on

ໂຢເກິດ ເປັນຜະລິດຕະພັນທີ່ຫຼາຍຄົນມັກກິນ, ມີລົດຊາດແຊບແລ້ວ ຍັງມີຄຸນປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ທີ່ຫຼາຍຄົນບໍ່ຮູ້

  1. ໂຢເກິດຊ່ວຍຫຼຸດກິ່ນປາກ, ແຂ້ວຜຸ: ການກິນໂຢເກິດສູດບໍ່ມີນໍ້າຕານ ຊ່ວຍຫຼຸດກິ່ນປາກ, ບໍ່ເຮັດໃຫ້ແຂ້ວຜຸ, ບໍ່ມີພະຍາດກ່ຽວກັບເຫືອກໃຫ້ເຈັບປວດອີກ
  2. ໂຢເກິດຍ່ອຍງ່າຍກວ່ານົມ: ການກິນນົມ ຫຼາຍຄົນມັກຈະມັກຈະເັຈບທ້ອງເຂົ້າຫ້ອງນໍ້າ ເພາະວ່າເຈົ້າບໍ່ສາມາດຍ່ອຍນໍ້າຕານແລັກໂຕສ ທີ່ຢູ່ໃນນໍ້ານົມໄດ້ ແຕ່ຖ້າເຈົ້າມາກິນໂຢເກິດຈະບໍ່ມີບັນຫາເລື່ອງເຈັບທ້ອງ, ເພາະຊ່ວຍຍ່ອຍງ່າຍ
  3. ໂຢເກິດຍ່ອຍງ່າຍ: ໂຢເກິດຍ່ອຍງ່າຍເພາະ ມີເອນໄຊຊ່ວຍຍ່ອຍໂປຣຕີນໃນນົມ, ເຮັດໃຫ້ຮ່າງກາຍດູດຊຶມໄດ້ງ່າຍ, ຫຼຸດບັນຫາພູມແພ້ຕໍ່ນໍ້າຕານ ແລັກໂຕສ ແລະໂປຣຕີນເຄຊີນ
  4. ປ້ອງກັນມະເຮັງໄດ້: ເພາະແລັກໂຕບາຊີລັດ ຈະສາມາດຈັບກັບສານກໍ່ມະເຮັງໄດ້ ແລະຊ່ວຍຢັບຢັ້ງແບັກທີເລຍໃນລຳໄສ້ ທີ່ສ້າງສານໄນເຕດ ເຊິ່ງເປັນສານກໍ່ເປັນມະເຮັງ
  5. ຊ່ວຍປ້ອງກັນພະຍາດຫຼອດເລືອດຫົວໃຈ: ເພາະແລັກໂຕບາຊີລັດ ໃນນົມສົ້ມ ຈະຊ່ວຍຄວບຄຸມປະລິມານຄໍເລດເຕີລອນ ແລະໄຕຣກີເຊີໄຣໃນເລືອດ ເຊິ່ງເປັນສາເຫດຂອງພະຍາດຫຼອດເລືອດຫົວໃຈ
  6. ຊ່ວຍໃຫ້ຮ່າງກາຍດູດຊຶມແຄວຊຽມໄດ້ງ່າຍຂຶ້ນ: ໂຢເກິດຈະຊ່ວຍໃນການຍ່ອຍແຄວຊຽມໃນນມົມໄດ້ດີ
  7. ຫຼຸດອາການຖອກທ້ອງ: ໃຜທີ່ມັກເຈັບທ້ອງເພາະມີເຊື້ອຈຸລິນຊີທຣີໃນລຳໄສ້ ແຕ່ເຊື້ອຈຸລິນຊີທຣີທີ່ຢູ່ໃນໂຢເກິດ ຈະຂ້າເຊື້ອແບັກທີເລຍຈຳພວກນີ້, ການກິນໂຢເກິດຈຶ່ງເຮັດໃຫ້ການເຈັບທ້ອງ ຄ່ອຍໆເຊົາລົງ ເຮັດໃຫ້ຖ່າຍໜ້ອຍລົງ ແລະເຊົາ
  8. ມີວິຕາມິນ: ໂດຍສະເພາະວິຕາມິນບີ 1 ແລະວິຕາມິນເຄ ແລະໂຢເກິດຍັງຊ່ວຍສັງເຄາະວິຕາມິນໃນລຳໄສ້
  9. ສ້າງພູມຄຸ້ມກັນ: ຊ່ວຍໃຫ້ຮ່າງກາຍມີພູມຄຸ້ມກັນທີ່ແຂງແຮງ ແລະຊ່ວຍປ້ອງກັນການຕິດເຊື້ອໃນຮ່າງກາຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...