spot_img
Homeນານາສາລະປະໂຫຍດຂອງ“ໝາກເລັ່ນ” ຕົວຊ່ວຍສຳລັບຜິວງາມ!

ປະໂຫຍດຂອງ“ໝາກເລັ່ນ” ຕົວຊ່ວຍສຳລັບຜິວງາມ!

Published on

  1. ມີສັບພະຄຸນຊ່ວຍບຳລຸງສາຍຕາ ຈາກວິຕາມິນ ເອ ໃນໝາກເລັ່ນ
  2. ເປັນອາຫານບຳລຸງຜິວທີ່ດີ ຊ່່ວຍໃຫ້ຜິວບໍ່ແຫ້ງ ເປັ່ງປັ່ງ ແບບສຸຂະພາບດີ
  3. ຊ່ວຍຫຼຸດຄວາມສ່ຽງການເກີດພາວະຫົວໃຈວາຍ
  4. ຊ່ວຍຕ້ານພະຍາດມະເຮັງລຳໄສ້ ເນື່ອງຈາກວ່າ ໝາກເລັ່ນຊ່ວຍຂັບຖ່າຍໄດ້ດີ, ຫຼຸດອາການແໜ້ນທ້ອງ ຈຶ່ງຫຼຸດຄວາມສ່ຽງພະຍາດມະເຮັງລຳໄສ້
  5. ຊ່ວຍໃຫ້ຈື່ຈຳດີ ຫຼຸດຄວາມສ່ຽງເປັນພະຍາດສະໝອງເສື່ອມ
  6. ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງຕ່ອມລູກໝາກ
  7. ຊ່ວຍຫຼຸດຄວາມສ່ຽງເປັນພະຍາດມະເຮັງຮັງໄຂ່
  8. ຊ່ວຍໃຫ້ຂັບຖ່າຍສະດວກ ແລະຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ
  9. ຊ່ວຍໃຫ້ຫຼອດເລືອດບໍ່ແຂງໂຕ
  10. ຊ່ວຍໃຫ້ຮູ້ສຶກສົດຊື່ນ ຫຼຸດອາການເຈັບປວດຄໍ່
  11. ຊ່ວຍຫຼຸດການເກີເຊື້ອລາໃນຊ່ອງປາກ
  12. ໃນໝາກເລັ່ນມີເບຕ້າແຄໂຣທີນ ທີ່ເຮັດຜິວໃສອົມຊົມພູ
  13. ມີສັບພະຄຸນຊ່ວຍຄວບຄຸມຄວາມດັນໄດ້ ໂດຍພົບວ່າໝາກເລັ່ນຖືກນຳໄປເປັນສ່ວນປະກອບທາງຢາຮັກສາພະຍາດຄວາມດັນ
  14. ຊ່ວຍຂັບນໍ້າປັດສະວະ
  15. ຊ່ວຍປ້ອງກັນຜົມຫອກ ໂດຍຊ່ວຍສະລໍການປ່ຽນສີຜົມ ນອກຈາກການກິນຕະຫຼອດແລ້ວ ສາມາດນຳໝາກເລັ່ນມາໝັກຜົມໄດ້ອີກດ້ວຍ
  16. ຊ່ວຍຮັກສາສິວໄດ້ ໂດຍເຮັດໄດ້ງ່າຍໆ ພຽງແຕ່ປາດເປັນປ່ຽງບາງໆ ແລ້ວເອົາມາພອກໜ້າ
  17. ຊ່ວຍປ້ອງກັນເລືອດອອກຕາມແຂ້ວໄດ້
  18. ຊ່ວຍຂັດເຄື່ອງປະດັບເງິນໄດ້ ໂດຍມີຄຸນສົມບັດຄ້າຍຄືໝາກຂາມ ທີ່ຊ່ວຍໃຫ້ເງິນໃສຂຶ້ນຄືໃໝ່ຕະຫຼອດ
  19. ເປືອກໝາກເລັ່ນ ໃຊ້ຕົບແຕ່ງຈານອາຫານໄດ້ ໂດຍປອກເປືອກໝາກເລັ່ນເປັນເສັ້ນ ແລ້ວເອົາມາມ້ວນເປັນດອກກຸຫຼາບໄດ້ຢ່າງງົດງາມ
  20. ປ້ອງກັນພະຍາດຫອບຫືດໄດ້ ຈາກການວິໄຈພົບວ່າ ໝາກເລັ່ນສາມາດຊ່ວຍຮ່າງກາຍຕໍ່ສູ້ກັບພະຍາດຫອບຫືດໄດ້ ຈຶ່ງເໝາະເປັນອາຫານຂອງຄົນເຈັບພະຍາດຫອບຫືດ
  21. ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້

ທີ່ມາ: ສຸຂະພາບ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...