spot_img
Homeຂ່າວທ້ອງຖິ່ນປະເທດລາວອັນດັບທີ 3 ທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດໃນອາຊຽນ

ປະເທດລາວອັນດັບທີ 3 ທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດໃນອາຊຽນ

Published on

ອົງກອນເພື່ອຄວາມໂປ່ງໃສນານາຊາດ (Transparency International) ໄດ້ປະກາດຄ່າດັດຊະນີທີ່ສາມາດຮັບຮູ້ການທຸຈະລິດ ຫຼື ບໍ່ຄວາມໂປ່ງໃສຂອງແຕ່ລະປະເທດໃນປີ 2019 ໂດຍມີທັງໝົດ 179 ປະເທດ​ດັດຊະນີດັ່ງກ່າວນີ້ໃຫ້ເຫັນວ່າ ປະເທດດານມາກ​ ແລະນິວຊີແລນ ໄດ້ອັນດັບ 1 ມີ 88 ຄະແນນ, ອັນດັບ 2 ປະເທດ ແຟັງລັງ (ຟິນແລນ),​ສະວິດເຊີແລນ,​ ສິງກະໂປ​ ແລະສະວີເດັນ 85​ ຄະແນນ.​

ສຳລັບປະເທດລາວຢູ່ໃນອັນດັບ 8​ ຂອງຄວາມໂປ່ງໃສ ຫຼື ອັນດັບທີ 3 ທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດໃນອາຊຽນ ເຊິ່ງຄະແນນ​ຄວາມໂປ່ງ​ໃສ 29​ ຄະແນນທຽບເທົ່າກັບປີ 2019 ແຕ່ລຳດັບໃນອາຊຽນແມ່ນດີຂຶ້ນຈາກ 2​ ເປັນປະເທດທີ 3​ ທີ່ມີການສໍ້ລາດບັງຫຼວງສູງສຸດໃນອາຊຽນ.​

ໃນບັນດາປະເທດອາຊຽນປະເທດທີ່ມີຄວາມໂປ່ງໃສທີ່ສຸດແມ່ນ 1.ສິງກະໂປ ມີຄະແນນ 85 ຕິດອັນດັບ 2 ຂອງໂລກ, 2. ບຣູໄນ ​(60​ ຄະແນນ​ 35​ ຂອງໂລກ), 3. ມາເລເຊຍ​ 51ຄະແນນ​ 57​ ຂອງໂລກ, 4. ອິນໂດເນເຊຍ​ 37 ຄະແນນ​ 102 ຂອງໂລກ, 5. ຫວຽດນາມ​ 36​ ຄະແນນ, 6. ໄທ​36​ ຄະແນນ​ 104 ຂອງໂລກ, 7.ຟີລິບປິນ​34​ ຄະແນນ​ 115​ ຂອງໂລກ 8.ລາວ​29​ ຄະແນນ​ 134​ ຂອງໂລກ 9. ມຽນມາ​28​ ຄະແນນ​ 137​ ຂອງໂລກ 10.ກຳປູເຈຍ​ 21​ ຄະແນນ​ 160​ ຂອງໂລກ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...