spot_img
Homeຂ່າວພາຍ​ໃນປະເທດລາວນຳເຂົ້ານ້ຳມັນເຊື້ອໄຟ 120 ລ້ານລິດຕໍ່ເດືອນ ປັດຈຸບັນນຳເຂົ້າໄດ້ພຽງແຕ່ 20 ລ້ານລິດຕໍ່ເດືອນ

ປະເທດລາວນຳເຂົ້ານ້ຳມັນເຊື້ອໄຟ 120 ລ້ານລິດຕໍ່ເດືອນ ປັດຈຸບັນນຳເຂົ້າໄດ້ພຽງແຕ່ 20 ລ້ານລິດຕໍ່ເດືອນ

Published on

ໃນແຕ່ລະເດືອນຂອງ ສປປ ລາວ ໄດ້ນຳເຂົ້ານ້ຳມັນເຊື້ອໄຟເປັນຈຳນວນ 120 ລ້ານລິດ, ແຕ່ໃນປັດຈຸບັນນີ້ ເຮົານຳເຂົ້າໄດ້ພຽງ 20 ລ້ານລິດ ເຊິ່ງຍັງຂາດອີກ 100 ລ້ານລິດ ເຖິງຈະພໍຕໍ່ການຊົມໃຊ້.

ຍ້ອນຈາກຫຼາຍໆສາເຫດທີ່ສົ່ງຜົນກະທົບຕໍ່ລາຄານ້ຳມັນໃນຕະຫຼາດທີ່ເພີ່ມຂຶ້ນສູງເລື້ອຍໆ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ ເຮັດໃຫ້ຂາດເງິນໂດລາເພື່ອທີ່ຈະໄປຊື້ນ້ຳມັນຈາກປະເທດອື່ນ.

ຕາມການແຈ້ງການຂອງ ບໍລິສັດ ລັດວິສະຫະກິດນ້ຳມັນເຊື້ອໄຟລາວ ໄດ້ກ່າວວ່າ: ໃນຊ່ວງໄລຍະນີ້ ທາງບໍລິສັດບໍ່ສາມາດຕອບສະໜອງນ້ຳມັນໃຫ້ແກ່ລູກຄ້າໄດ້ຕາມຄວາມຕ້ອງການ. ເຫດຜົນຍ້ອນສະພາບລວມຂອງພະຍາດໂຄວິດ ບວກກັບສົງຄາມອູແກນ ແລະ ສະພາບພາຍໃນປະເທດ ແມ່ນບໍ່ສາມາດແລກປ່ຽນເງິນຢູ່ທະນາຄານຂອງລັດ ຕາມອັດຕາລັດຖະບານກຳນົດໃຫ້ເພື່ອໄປຈ່າຍຊື້ນ້ຳມັນຈາກຕ່າງປະເທດ ມາບໍລິການແກ່ສັງຄົມ.

ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ກ່າວວ່າ: ການນໍາເຂົ້າ ນໍ້າມັນເຊື້ອໄຟຫຼຸດໜ້ອຍລົງ ກໍເປັນຍ້ອນຜົນລິດນໍ້າມັນ ເຊື້ອໄຟ ໃນຕະຫຼາດໂລກມີຄວາມບໍ່ແນ່ນອນ ເຊິ່ງໂຮງງານກັ່ນນໍ້າມັນ ຈໍານວນນຶ່ງ ກໍາລັງເກັບນໍ້າມັນເຊື້ອໄຟ ໄວ້ເພື່ອສ້າງກໍາໄລ. ເຊິ່ງເຮັດໃຫ້ລາຄານໍ້າມັນເຊື້ອໄຟທີ່ນໍາເຂົ້າ ເພິ່ມຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.ພວກເຮົາຍັງບໍ່ຮູ້ວ່າຈະນຳເຂົ້ານ້ຳມັນເຊື້ອໄຟໄດ້ອີກມື້ໃດ. ປ້ຳນ້ຳມັນບາງແຫ່ງມີນ້ຳມັນໜ້ອຍລົງເພາະມີການນຳເຂົ້າໜ້ອຍ.

ຕໍ່ກັບບຫາຫານີ້ ກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ພາກລັດກຳລັງເລັ່ງຊອກຫາແຫລ່ງນໍ້າໃນ ແລະ ວິທີຄວບຄຸມລາຄານ້ຳມັນເຊື້ອໄຟ, ເພາະວ່າລາຄານ້ຳມັນເພີ່ມຂຶ້ນສົ່ງຜົນສະທ້ອນເຖິງການຄົມມະນາຄົມ, ໄພເງິນເຟີ້ ແລະ ຄ່າຄອງຊີບ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...