spot_img
Homeຂ່າວຕ່າງປະເທດປະເທດຢີ່ປຸ່ນປະກາດພາວະສຸກເສີນ 1 ເດືອນ

ປະເທດຢີ່ປຸ່ນປະກາດພາວະສຸກເສີນ 1 ເດືອນ

Published on

ຕາມລາຍງານຂອງສຳນັກຂ່າວ CNN, ໃນເວລາ 4 ໂມງແລງຂອງວັນທີ 7 ເມສາ ນາຍົກລັດຖະມົນຕີແຫ່ງປະເທດຢີ່ປຸ່ນ ທ່ານ ຊິນໂຊ ອາເບະ (Shinzo Abe) ໄດ້ອອກຖະແຫຼງປະກາດພາວະສຸກເສີນໃນປະເທດ ທີ່ກອງປະຊຸມຂອງຄະນະສະເພາະກິດໃນປະເທດ . ພາວະສຸກເສີນຈະໄດ້ເລີ່ມຂຶ້ນພາຍໃນມື້ນີ້ຈົນເຖິງວັນທີ 6 ພຶດສະພາ ໂດຍຮ່ວມເປັນເວລາ 1 ເດືອນ ໃນ 7 ພື້ນທີ່ເຊັ່ນ ໂອຊາກ້າ, ຄານາກາວະ, ໄຊຕາມະ, ຊິບະ, ຮຽວໂກະ, ຟູກູໂອກະ ແລະ ນະຄອນຫຼວງໂຕກຽວ.

ຫຼັງຈາກຍອດກໍລະນີຜູ້ຕິດເຊື້ອໃນປະເທດໄດ້ເພີ່ມຫຼາຍຂຶ້ນ. ໃນພາວະສຸກເສີນຄັ້ງນີ້ ທ່ານນາຍົກໄດ້ກ່າວວ່າການຂົນສົ່ງສາທາລະນະ ແລະ ຮ້ານຄ້າຈະຍັງເປີດໃຫ້ບໍລິການຕາມປົກກະຕິ ພ້ອມສັ່ງໃຫ້ປະຊາຊົນຢູ່ແຕ່ໃນທີ່ພັກອາໄສ ແລະ ຫ້າມເດີນທາງຖ້າບໍ່ຈຳເປັນ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...