spot_img
Homeຂ່າວຕ່າງປະເທດປະເທດມາເລເຊຍ ຄົ້ນພົບວັດເກົ່າແກ່ ທີ່ມີອາຍຸ 1,200 ປີ

ປະເທດມາເລເຊຍ ຄົ້ນພົບວັດເກົ່າແກ່ ທີ່ມີອາຍຸ 1,200 ປີ

Published on

ປະເທດມາເລເຊຍ ຄົ້ນພົບວັດ ​ອາຍຸ 1,200 ປີ ໃນເຂດບູກິດໂຊຮາດ ລັດເຄດະ ເຊື່ອ​ກັນ​ວ່າ​​ມີອາຍຸ​ຫຼາຍ​ກວ່າ 1,200 ປີ ​ຕາມ​ການ​ກວດສອບ ຈາກການຖະແຫຼງຂອງກົມມໍລະດົກແຫ່ງຊາດ ແລະ ສູນຄົ້ນຄວ້າໂບຮານຄະດີທົ່ວໂລກ (GARC) ຂອງມະຫາວິທະຍາໄລໃນມາເລເຊຍ ໃນວັນທີ 22 ກັນຍາ 2023 ຜ່ານມາ. 

ນອກ​ຈາກ​ນັ້ນ, ຍັງ​ໄດ້​ຄົ້ນ​ພົບ​ຮູບ​ປັ້ນຄ້າຍຄື​ສອງ​ອົງ​ທີ່​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງ​ດີ​ທີ່​ເຮັດຈາກປູນ (ປູນພາສເຕີຊະນິດໜຶ່ງໃນສະໄໝນັ້ນ) ໄດ້​​ຄົ້ນ​ພົບສະຖາປັດຕະຍະກໍາທີ່ຄ້າຍກັບບູຮານວັດຖຸຂອງອານາຈັກ ສີວິໄຊ ທີ່ຄົ້ນພົບໃນເກາະຊູມາຕຣາ ແລະ ຊະວາ ຕາເວັນຕົກ ໃນປະເທດ ອິນໂດເນເຊຍ.

ຮູບປັ້ນຍັງມີຄວາມສົມບູນ, ສ່ວນໂຄງສ້າງຍັງຄົງຮັກສາຮູບຮ່າງຂອງມັນ ນອກຈາກນັ້ນ, ຍັງພົບເຫັນເຄື່ອງປັ້ນດິນເຜົາ ແລະ ທີມງານຍັງໄດ້ຄົ້ນພົບແຜ່ນຈາລຶກເປົາລະວະ ແລະ ເສດເຄື່ອງປັ້ນດິນເຜົາ ເຊິ່ງເຊື່ອກັນວ່າສະຖານທີ່ແຫ່ງນີ້ສ້າງຂຶ້ນໃນລະຫວ່າງສະຕະວັດທີ 8 ແລະ 9 ເຊິ່ງເປັນຊ່ວງດຽວກັນກັບສະໄໝ ບູຈັງ ແລະ ສີວິໄຊ.

ທີ່ມາ: Universiti Sains Malaysia

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...