ປະເທດທີ່ຍົກເວັ້ນການນຳໃຊ້ Visa ສຳລັບພົນລະເມືອງລາວ (ຫນັງສືຜ່ານແດນທຳມະດາ)

ປັດຈຸບັນບໍ່ແມ່ນເລື່ອງຍາກໃນການເດີນທາງທ່ອງທ່ຽວຕ່າງແດນ ໂດຍສະເພາະໃນບັນດາປະເທດສະມາຊິກ ອາຊຽນ ແຕ່ກໍມີຫຼາຍປະເທດທີ່ມີຂໍ້ຈຳກັດ ແລະ ກົດລະບຽບການເຂົ້າອອກທີ່ເຂັ້ມງວດເຊັ່ນ ການນຳໃຊ້ Visa ປະກອບກັບໜັງສືຜ່ານແດນເພື່ອເຂົ້າປະເທດນັ້ນໆ, ມື້ນີ້ການບິນລາວຈະມາແນະນຳສຳລັບ 10 ປະເທດ ທີ່ທ່ານສາມາດເດີນທາງເຂົ້າອອກໄດ້ສະດວກສະບາຍ ໂດຍບໍ່ຈຳເປັນຕ້ອງຂໍ Visa

ໄທ (ກຳນົດພັກເຊົາ 30 ວັນ)
ຫວຽດນາມ (ກຳນົດພັກເຊົາ 30 ວັນ)
ກຳປູເຈຍ (ກຳນົດພັກເຊົາ 30 ວັນ)
ມຽນມາ (ກຳນົດພັກເຊົາ 14 ວັນ)
ສິງກະໂປ (ກຳນົດພັກເຊົາ 30 ວັນ)
ຟີລິປິນ (ກຳນົດພັກເຊົາ 30 ວັນ)
ບຣູໄນ (ກຳນົດພັກເຊົາ 14 ວັນ)
ອິນໂດເນເຊຍ (ກຳນົດພັກເຊົາ 30 ວັນ)
ມາເລເຊຍ (ກຳນົດພັກເຊົາ 30 ວັນ)
ມົງໂກລີ (ກຳນົດພັກເຊົາ 30 ວັນ)

ສຳລັບການບິນລາວປະຈຸບັນມີເສັ້ນທາງບິນກົງໄປຍັງ ໄທ ຫວຽດນາມ ກຳປູເຈຍ ທີ່ພົນລະເມືອງລາວເດີນທາງໂດຍໃຊ້ພຽງໜັງສືຜ່ານແດນເທົ່ານັ້ນ ລວມ 6 ເສັ້ນທາງບິນ ແລະ ຈະເພີ່ມເສັ້່ນທາງບິນອີກໃນໄວໆນີ້

ແຫລ່ງຂໍ້ມູນຈາກ: ປະເທດລາວ Pathedlao

2 COMMENTS

  1. ຄວາມຄີດເຫັນດີທຸກຢ່າງຖ້າຢາກໄປທ່ຽວຕ່າງປຣະເທດບໍ່ມີການຍົກເວັ້ນຖ້າມີເພື່ອນພານຳທ່ຽວທົ່ວໂລກຖ້າມີເງີນຈ່າຍປີຍົນເສດທະກີດມາຈາກຄົນທ່ອງທ່ຽວເທົ່ານັ້ນ

Comments are closed.