Homeຂ່າວພາຍ​ໃນທ່ານ ສົມດີ ດວງດີ ເນັ້ນຂະແໜງການເງິນ ຕ້ອງມີຄວາມປອດໃສ ແລະສາມາດກວດສອບໄດ້

ທ່ານ ສົມດີ ດວງດີ ເນັ້ນຂະແໜງການເງິນ ຕ້ອງມີຄວາມປອດໃສ ແລະສາມາດກວດສອບໄດ້

Published on

ໃນວັນທີ 27 ເມສາ 2017 ຜ່ານມາ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດໍາເນີນມາເປັນວັນທີ 4 ເຊິ່ງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ກໍໄດ້ຂຶ້ນລາຍງານ ແລະຊີ້ແຈງ ຄຳຖາມ ການປະກອບຄຳເຫັນ ແລະຂໍ້ສະເໜີ ຂອງກຳມາທິການແຜນການ ແລະການເງິນ ການກວດສອບບັນດາຜູ້ແທນສະພາແຫ່ງຊາດ

ຕໍ່​ກັບ​ການ​ສະເໜີ​ໃຫ້​ມີ​ການຕິດຕາມ​ກວດກາ​ຢ່າງ​ລະອຽດ ກ່ຽວ​ກັບ​ຮ່ວງ​ເງິນ 400 ຕື້​ກີບ ເພື່ອ​ແກ້​ໄຂ​ໜີ້​ສິນ​ໂຄງການ​ລົງທຶນ​ຂອງ​ລັດ ແລະ 300 ຕື້​ກີບ ເພື່ອ​ແກ້​ໄຂ​ໜີ້​ພັນທະບັດ ເພື່ອຮັບປະກັນ​ໃຫ້​ແກ່​ການ​ນຳ​ໃຊ້​ຮ່ວງເງິນ​ດັ່ງກ່າວ​ຖືກ​ເປົ້າ​ໝາຍ ແລະ ມີ​ປະ​ສິດທິ​ຜົນ ແລະ ການ​ຊຳລະໜີ້​ສິນ​ຂອງ​ລັດຖະບານ ​ສຳລັບໂຄງ​ການຈັດຕັ້ງ​ປະຕິບັດ​ສຳເລັດ 100% ເຫັນ​ວ່າ​ມີ​ຄວາມ​ຊັກ​ຊ້າ ແລະບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະຕິບັດ ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ການຊຳລະ​ໜີ້​ສິນ​ມີ​ຄວາມ​ປອດ​ໃສ ​ຫັນເຂົ້າ​ສູ່​ລະບຽບ​ກົດໝາຍ ແລະປະຕິ​ບັດ​ຕາມ​ພາລະ​ບົດບາດ​ຂອງແຕ່​ລະ​ຂະແໜງການ ເຊິ່ງ​ໄດ້​ມີການ​ປັບປຸງ​ກົນ​ໄກ​ການ​ຊຳລະ​ໜີ້ສິນ ລະຫວ່າງ​ກະຊວງ​ແຜນການ ແລະການ​ລົງທຶນ​ຄຸ້ມ​ຄອງ ແລະ ກະຊວງ​ການ​ເງິນ​ຄຸ້ມ​ຄອງ​ຢ່າງຈະແຈ້ງ ພາຍຫຼັງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງແຜນການ​ຊຳລະ​ໜີ້​ສິນ​ໂຄງການລົງທຶນ​ຂອງ​ລັດ 400 ຕື້​ກີບ ກະຊວງ​ການ​ເງິນ​ໄດ້​ມອບ​ເພດານ ແຜນການ​ຊຳລະ​ໜີ້​ສິນ​ໃຫ້​ກະຊວງ​ແຜນການ ແລະ ການ​ລົງທຶນ ເພື່ອ​ຄົ້ນຄວ້າ​ຈັດ​ສັນ​ເປັນແຕ່​ລະ​ຂະແໜງການ ແລະ ໂຄງການ ​ສະເພາະການ​ຊຳລະ​ໜີ້​ສິນພັນທະບັດ 300 ຕື້​ກີບນັ້ນ​ ກະຊວງ​ການ​ເງິນ​ໄດ້​ມີ​ການ​ແຕ່ງຕັ້ງຄະນະ ໂດຍ​ການ​ເຂົ້າ​ຮ່ວມ​ຈາກກະຊວງ​ແຜນການ ແລະ ການລົງທຶນ ແລະ ທະນາຄານແຫ່ງ ​ສປປ ລາວ ເພື່ອ​ຄົ້ນຄວ້າ​ກົນ​ໄກ ຫຼັກການ ແລະ ວິທີ​ການ ແລະເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ສັນແຜນ​ຊຳລະ ໂດຍ​ຄຳນຶງ​ເຖິງຄວາມ​ໂປ່ງ​ໃສ ແລະສາມາດກວດ​ສອບ​ໄດ້.

ນອກຈາກ​ນີ້ ທ່ານ​ລັດ​ຖະ​ມົນຕີ​ກະຊວງ​ການ​ເງິນ​ ຍັງ​ໄດ້​ຊີ້​ແຈງຕໍ່​ກັບ​ບັນຫາ​ພະນັກງານ​ຂະແໜງການ​ເງິນ​ຈຳນວນ​ໜຶ່ງ​ ຍັງ​ມີ​ທັດສະ​ນະ​ແນວ​ຄິດ​ການເມືອງ​ບໍ່​ໜັກແໜ້ນ ​ໃນ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ບັນຫາ​ກ່ຽວ​ກັບ​ພະນັກງານ​ອາສາ​ສະໝັກ ຫຼື ສັນຍາຈ້າງ​ເປັນ​ຈຳນວນ​ຫຼວງຫຼາຍ ຂະແໜງ​ການ​ເງິນ ທັງ​ສູນ​ກາງ ແລະທ້ອງຖິ່ນ ເປັນຕົ້ນ​ແມ່ນ ຂະແໜງ​ລາຍ​ຮັບ​ສ່ວຍ​ສາ​ອາກອນພາສີ ແລະ ອື່ນໆ ເຊິ່ງ​ເປັນ​ສາເຫດ​ໜຶ່ງ​ເຮັດ​ໃຫ້ການ​ເກັບ​ລາຍຮັບ​ມີ​ລັກສະນະ​ຮົ່ວ​ໄຫຼ ແລະບໍ່ບັນລຸ​ຕາມ​ແຜນການ ແລະບັນຫາ​ອື່ນ​ທີ່​ກ່ຽວຂ້ອງ​ກັບ​ຂະແໜງການ​ເງິນ.

ສຳລັບ​ການ​ແກ້​ໄຂ​ຜົນ​ກວດສອບ​ກະຊວງ​ການ​ເງິນ ​ໄດ້​ດຳເນີນການ​ແກ້​ໄຂ​ເປັນ​ສ່ວນ​ໃຫຍ່​ແລ້ວ ເນື່ອງ​ຈາກ​ວ່າການ​ແກ້​ໄຂ​ບັນຫາດັ່ງກ່າວ ໄດ້​ຕິດ​ພັນ​ກັບ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຢູ່​ຂັ້ນ​ທ້ອງຖິ່ນ ຈຶ່ງຕ້ອງ​ໄດ້​ໃຊ້​ເວລາ​ລົງ​ສົມທົບ​ຕົວຈິງ​ສຳລັບ​ພາຍ​ໃນ ບັນດາ​ກົມ​ຢູ່ກະຊວງ​ການ​ເງິນ ແມ່ນ​ໄດ້​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ແກ້​ໄຂ​ຢູ່​ແຕ່ລະ​ກົມ ໂດຍ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີເປັນ​ຫົວໜ້າ​ຄະນະ ເພື່ອ​ຊີ້​ນຳ​ແກ້​ໄຂ​ແຕ່​ລະ​ບັນຫາຕາມ​ຜົນ​ການ​ກວດ​ສອບ​ ຄາດ​ວ່າທ້າຍ​ເດືອນ​ມິຖຸນາ 2017 ຈະ​ສຳເລັດ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...