spot_img
Homeຂ່າວພາຍ​ໃນປະຫານຊີວິດຂະບວນຄ້າຢາເສບຕິດ

ປະຫານຊີວິດຂະບວນຄ້າຢາເສບຕິດ

Published on

11226912_994904587207880_2941708355941788454_n
ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນປະ ຫານຊີວິດຂະບວນການຄ້າຢາເສບຕິດລາຍໃຫຍ່ ປະກອບມີ:
– ນາງມອຍ ອາຍຸ 37 ປີຢູ່ບ້ານທ່າກາດ ເມືອງແບງ ແຂວງອຸດົມໄຊ,
– ທ້າວ ອຸ່ນແກ້ວ ອາຍຸ 33 ປີ ຢູ່ບ້ານ ດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ,
– ທ້າວ ສະເໜ່ ອາຍຸ 38 ປີ ແລະ ນາງ ດວງໃຈ ອາຍຸ 38 ປີ (ເປັນຜົວເມຍກັນ) ທັງສອງຖືສັນ ຊາດໄທ ຢູ່ບ້ານເດັ່ນລູກຂະໜຸນ ເມືອງທົ່ງສະຫລຽງ ຈັງຫວັດສຸໂຂ ໄທ ແລະ
– ນາງ ກິນນະ ລອນ ອາຍຸ 21 ປີ, ທ້າວ ຈັນສຸກ ອາຍຸ 18 ແລະ ທ້າວ ສົມພອນ ອາຍຸ 41 ປີ ທັງ ສາມແມ່ນອ້າຍນ້ອງກັນຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍພວກ ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເຂດບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 58 ພັນເມັດ, ຈຶ່ງຖືກສານຕັດສິນລົງໂທດ ຕາມລະບຽບກົດໝາຍ. \

ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມາເຊັ່ນດຽວກັນ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ຈັບ ຕົວຜູ້ຄ້າຢາເສບຕິດ ຢູ່ເຂດເສັ້ນທາງລະຫວ່າງແຂວງອຸດົມໄຊຫາແຂວງຫລວງພະບາງ, ມີຜູ້ຕ້ອງ ຫາສອງຄົນຄື ທ້າວ ຖອນ ລໍຄຳລັດຖະແອ່ງ ອາຍຸ 37 ປີ ຢູ່ບ້ານຈຽງຍືນ ເມືອງສິງ ແຂວງຫລວງນ້ຳທາ ແລະ ທ້າວ ຄຳອ່ອນ ອາຍຸ 34 ປີ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ພ້ອມຂອງກາງຝິ່ນໜັກ 8 ກິໂລ, ຊຸກເຊື່ອງໄວພາຍໃນລົດຕູ້ສະຕາແລກສີປອນໝາຍເລກທະບຽນ ກດ 0185 ກຳແພງນະ ຄອນ. ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ:ລາວພັດທະນາ

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...