spot_img
Homeຂ່າວພາຍ​ໃນປະຫວັດສາດໜ້າໃໝ່ ທັບນັກກິລາບານເຕະຍິງ ທີມຊາດລາວ U16 ເຂົ້າຮ່ວມແຂ່ງຂັນ ຊີງແຊ້ມອາຊີ ເປັນຄັ້ງທຳອິດ

ປະຫວັດສາດໜ້າໃໝ່ ທັບນັກກິລາບານເຕະຍິງ ທີມຊາດລາວ U16 ເຂົ້າຮ່ວມແຂ່ງຂັນ ຊີງແຊ້ມອາຊີ ເປັນຄັ້ງທຳອິດ

Published on

ການແຂ່ງຂັນ ບານເຕະຊາຍ ທີມຊາດລາວ ຊຸດໃຫຍ່ ທີ່ຢູ່ຕ່າງແດນ ກຳລັງຢູ່ໃນກະແສຄວາມສົນໃຈ ຂອງປະຊາຊົນ ແລະ ແຟນບານລາວ ໃນຂະນະນີ້, ແຕ່ຍັງມີອີກ 1 ການແຂ່ງຂັນ ຂອງທັບນັກກິລາລາວ ທີ່ກຳລັງຈະເປີດສາກ ແຂ່ງຂັນກັນໃນມໍ່ໆນີ້ ນັ້ນກໍ່ຄື ການແຂ່ງຂັນຂອງທັບນັກກິລາບານເຕະຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ໃນລາຍການ ແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ ຫຼື AFC U-16 WOMEN’S CHAMPIONSHIP QUALFIERS 2017 ເຊິ່ງແບ່ງເປັນ 4 ກຸ່ມແຂ່ງຂັນກັນເກັບຄະແນນ ແລະ ເອົາ 2 ທີມທີ່ມີຄະແນນດີທີ່ສຸດ ຂອງແຕ່ລະກຸ່ມ ໄປແຂ່ງຂັນໃນຮອບສຸດທ້າຍ ທີປະເທດຈີນ ໃນປີ 2017 ເຊິ່ງທີມຊາດລາວເຮົາ ຖືກຈັດຢູ່ໃນກຸ່ມ A ຮ່ວມກັບ ທີມຊາດໄທ, ກວມ, ຈໍແດນ ແລະ ມຽນມາ.

ພິທີຖະແຫລງຂ່າວ ຄວາມພ້ອມກ່ອນການແຂ່ງຂັນ ໄດ້ຈັດຂຶ້ນໃນວັນທີ 26 ສິງຫານີ້ ທີ່ໂຮງແຮມ ຊົນອິນເຕີ ແຂວງຊົນບູຣີ ປະເທດໄທ ແລະ ສຳລັບທັບນັກກິລາບານເຕະຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ຖືວ່າເປັນນ້ອງໃໝ່ ທີ່ເຂົ້າຮ່ວມການແຂ່ງຂັນ ໃນລາຍການນີ້ ເປັນຄັ້ງທຳອິດ ເຊິ່ງ ທ່ານ ວົງມີໄຊ ສຸບົວຄຳ ຫົວຫນ້າຄູຝຶກ ບານເຕະຍິງ ທີມຊາດລາວ U16 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ”ການເຂົ້າຮ່ວມຄັ້ງນີ້ ເປັນຄັ້ງທຳອິດ ຂອງທີມບານເຕະຍິງ U16 ລາວ ທີ່ເຂົ້າແຂ່ງຂັນ ສະນັ້ນ ພວກເຮົາຈະເຮັດໃຫ້ດີທີ່ສຸດ, ຂ້ອຍຄິດວ່າ ບານເຕະກໍ່ຄືບານເຕະ ທຸກຢ່າງເກີດຂຶ້ນໄດ້ ໃນເກມ 90 ນາທີ”.

ການແຂ່ງຂັນຂອງກຸ່ມ A ແມ່ນຈະຈັດຂຶ້ນຢູ່ທີ່ ສະຫນາມກິລາຊົນບູຣີ ແຂວງຊົນບູຣີ ປະເທດໄທ ລະຫວ່າງວັນທີ 27 ສິງຫາ ເຖິງວັນທີ 05 ກັນຍາ ນີ້ ເຊິ່ງທີມຊາດລາວ ຈະເປັນຄູ່ເປີດສະໜາມ ພົບກັບ ທີມຊາດ ມຽນມາ ເວລາ 16:00 ແລະ ການລົງສະໜາມນັດອື່ນໆ ຂອງທີມຊາດລາວມີດັ່ງນີ້:
ວັນທີ 27 ສິງຫາ 2016 ເວລາ 16:00 ມຽນມາ ພົບ ລາວ
ວັນທີ 29 ສິງຫາ 2016 ເວລາ 19:00 ໄທ ພົບ ລາວ
ວັນທີ 31 ສິງຫາ 2016 ເວລາ 16:00 ລາວ ພົບ ຈໍແດນ
ວັນທີ 03 ກັນຍາ 2016 ເວລາ 16:00 ກວມ ພົບ ລາວ

ທີມງານ laosportnews ຂໍເປັນໜຶ່ງກຳລັງໃຈ ຮ່ວມເຊຍ ທັບນັກກິລາບານເຕະຍິງ ທີມຊາດລາວ ແລະ ຈະນຳເອົາຜົນການແຂ່ງຂັນ ມາໃຫ້ທ່ານຜູ້ອ່ານ ໄດ້ຮັບຮູ້ຕື່ມພາຍຫຼັງ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ ສະຫະພັນ ບານເຕະແຫ່ງຊາດລາວ
the-afc.com
wikipedia.org
fathailand.org

http://laosportnews.com/

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...