spot_img
Home​ຂ່າວທ່ອງທ່ຽວປະຫວັດຂອງ ປະຕູໄຊ

ປະຫວັດຂອງ ປະຕູໄຊ

Published on

ປະຕູໄຊ ແມ່ນອານຸສາວະລີ ປະຕູໄຊ ເຊິ່ງບາງຄົນກໍ່ມັກຮຽກສ້ັນໆວ່າ ປະຕູໄຊ ຫຼື ບາງຜ່ອງກໍ່ວ່າ ອານຸສາວະລີ. ແຕ່ຈະໃຫ້ຖືກແທ້ໆຕ້ອງເອີ້ນວ່າ ອານຸສາວະລີ ປະຕູໄຊ. ສິ່ງກໍ່ສ້າງນີ້ ສ້າງເພື່ອເປັນອານຸສອນ ແກ່ໄຊຊະນະ ຂອງສົງຄາມ ແລະ ເປັນອານຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949, ປະຕູໄຊເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີນບິນ ແຕ່ກໍ່ຖືກນຳມາເຮັດອານຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບ ໃນຕອນນັ້ນ ແລະ ການອອກແບບໂດຍ ທ້າວ ທຳ ໄຊຍະສິດເສນາ.

ຈາກຮູບແບບການກໍ່ສ້າງແລ້ວ ຮູບຊົງແມ່ນຄ້າຍກັບ Arc de Triomphe ຢູ່ປະເທດຝຣັງ ແລະ ຫຼາຍຄົນກະວ່າແມ່ນ ອ້າຍນ້ອງກັນ, ແມ່ນວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາປັດຕະຍະກຳ ແລ້ວ ແມ່ນແຕ້ມແຕ່ງດ້ວຍລວດລາຍຂອງລາວ ເຊັ່ນວ່າຮູບຂອງກິນນາລີ, ຮູບກົບກິນເດືອນ ແລະ ອື່ນໆ.

ອານຸສາວະລີ ປະຕູໄຊ ແມ່ນຈະມີປະຕູໃຫຍ່ທັງສີດ້ານ, ແລະ ປະກອບມີ 7 ຊັ້ນ. ຖ້າຂຶ້ນໄປຮອດຍອດຂອງອານຸສາວະລີ ທ່ານກໍ່ຈະໄດ້ຊື່ມຊົມກັບທີວທັດຄວາມງາມຂອງຕົວເມືອງວຽງຈັນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...