spot_img
Homeຂ່າວຕ່າງປະເທດປະມູນນົກກາງແກແຂ່ງບິນ ລາຄາສູງເຖິງ 1.32 ລ້ານຢູໂຣ

ປະມູນນົກກາງແກແຂ່ງບິນ ລາຄາສູງເຖິງ 1.32 ລ້ານຢູໂຣ

Published on

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 15 ພະຈິກ 2020 ວ່າ ທ່ານ ນິໂຄລັສ ກີເຊລເບຣຊ ປະທານຄະນະບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດການປະມູນ Pipa ເຜີຍວ່າ ການປະມຸນນົກກາງແກແຂ່ງ “ນິວຄິມ” ທາງອອນລາຍ ໄດ້ເລີ່ມຂຶ້ນເມື່ອວັນທີ 2 ພະຈິກ ທີ່ຜ່ານມາ ດ້ວຍລາຄາປະມູນເລີ່ມທີ່ 200 ຢູໂຣ ແຕ່ລາຄາປະມູນໄດ້ເພີ່ມຂຶ້ນຢ່າງໄວວາ ພຽງເວລາ 90 ນາທີ ປິດການປະມູນທີ່ 1.32 ລ້ານຢູໂຣ ເຊິ່ງທຳລາຍສະຖິຕິໂລກ ທີ່ນົກກາງແກເພດຜູ້ຊື່ ອາມັນໂດ ຂອງເບລຢຽມ ໄດ້ເຮັດໄວ້ທີ່ 1.252 ລ້ານຢູໂຣ ທີ່ເຮັດການປະມຸນເມື່ອເດືອນ ມີນາ 2020ທີ່ຜ່ານມາ.

ເຊິ່ງທ່ານ ກີເຊລເບຊ ກ່າວວ່າ “ເຂົາເກືອບບໍ່ເຊື່ອກັບສະຖິຕິໃໝ່ນີ້ ເພາະປົກກະຕິນົກກາງແກເພດຜູ້ລາຄາຈະແພງກວ່າເພດເມຍ ເນື່ອງຈາກສາມາດເພາະພັນຜະລິດລູກໄດ້ຫຼາຍກວ່າ ແຕ່ນົກກາງແກ ນິວຄິມ ອາຍຸພຽງ 2 ປີ ແລະ ນົກກາງແກສາມາດອອກລູກໄດ້ຈົນເຖິງອາຍຸ 10 ປີ”.

ຜູ້ຊະນະການປະມູນນົກກາງແກ “ນິວຄິມ” ແມ່ນເສດຖີຊາວຈີນ. ເບລຢຽມເປັນປະເທດທີ່ຫຼົງໄຫຼການແຂ່ງຂັນນົກກາງແກບິນໄລຍະໄກຫຼາຍກວ່າປະເທດອື່ນ ໃນເອີຣົບ ເຊັ່ນດຽວກັນ, ເສດຖີຊາວຈີນກຳລັງຫັນມານິຍົມນົກກາງແກແຂ່ງຂັນຫຼາຍຂຶ້ນເຮັດໃຫ້ການປະມຸນນົກກາງແກແຂ່ງຂັນມີລາຄາສູງຂຶ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...