ປະທານາທິບໍດີ ມຽນມາ ໄດ້ອະໄພໂທດ ໃຫ້ແກ່ ນັກໂທດ ຫຼາຍສິບຄົນ

ພວກນັກເຄື່ອນໄຫວ ທີ່ເປັນນັກສຶກສາ ສະເຫຼີມສະຫຼອງ ຢູ່ນອກຄຸກ ຫຼັງຈາກທີ່ໄດ້ຖືກປ່ອຍໂຕ ໂດຍ ການອະໄພ ໂທດຄັ້ງໃຫຍ່ ຂອງລັດຖະບານໃໝ່ ໃນນະຄອນ Yangon ຂອງມຽນມາ, ວັນທີ 17 ເມສາ 2016 ທີ່ຜ່ານມາ.

ປະທານາທິບໍດີ ມຽນມາ ທ່ານ Htin Kyaw ໄດ້ອະນຸມັດ ການອະໄພໂທດ ໃຫ້ແກ່ນັກໂທດ 83 ຄົນ ທີ່ເຊື່ອກັນວ່າ ຖືກຂັງໃນຂໍ້ຫາທາງການເມືອງ.

ຫ້ອງການຂອງປະທານາທິບໍດີດັ່ງກ່າວ ໄດ້ປະກາດການອະໄພໂທດ ໃນວັນອາທິດທີ່ຜ່ານມາ ໂດຍກ່າວວ່າ ທ່ານ Htin Kyaw ໄດ້ລົງນາມ ຄຳສັ່ງສະບັບໜຶ່ງ ໂດຍມີເປົ້າໝາຍ ເພື່ອ ບັນລຸ “ການປອງດອງຊາດ”

ລັດຖະບານໃໝ່ຂອງມຽນມາ ທີ່ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕທີ່ຄອບງຳໂດຍ ບັນດາສະມາຊິກ ພັກສັນນິບາດ ເພື່ອປະຊາທິປະໄຕ ຂອງທ່ານນາງ Aung San Suu Kyi ນັ້ນ ໄດ້ຍົກເລີກການກ່າວຟ້ອງຕໍ່ ພວກນັກເຄື່ອນໄຫວທາງດ້ານການເມືອງ ຫຼາຍ ຮ້ອຍຄົນ ຜູ້ທີ່ຖືກກ່າວຟ້ອງພາຍໃຕ້ການປົກຄອງປະເທດໂດຍທະຫານ ເຊິ່ງໄດ້ປົກຄອງ ປະເທດມາເປັນເວລາ 5 ທົດສະວັດ ຈົນກວ່າໄດ້ມອບອຳນາດໃຫ້ ລັດຖະບານ ທີ່ມີພົນ ລະເມືອງເຄິ່ງໜຶ່ງ ເມື່ອປີ 2011.

ໃນການກ່າວຄຳປາໄສ ທີ່ຖ່າຍທອດອອກທາງໂທລະພາບທົ່ວປະເທດນັ້ນ ປະທານາທິບໍດີ Htin Kyaw ໄດ້ປະຕິຍານ ວ່າ ຈະປົດປ່ອຍ “ພວກນັກໂທດທາງການເມືອງ ພວກນັກ ເຄື່ອນໄຫວ ທາງການເມືອງ ແລະ ພວກນັກສຶກສາ ທີ່ກຳລັງປະເຊີນໜ້າກັບການດຳ ເນີນຄະດີ ທີ່ກ່ຽວພັນກັບການເມືອງ.”

ແຫລ່ງຂ່າວຈາກ: ຂ່າວວີໂອເອລາວ