Homeປະເພນີ-ວັດທະນະທຳຍົກຍອດຊໍ່ຟ້າ ພຸດທະສີມາ ວັດສີບຸນເຮືອງໄຊຍະບູລີ

ຍົກຍອດຊໍ່ຟ້າ ພຸດທະສີມາ ວັດສີບຸນເຮືອງໄຊຍະບູລີ

Published on

ພິ­ທີ​ຍົກ​ຍອດ​ຊໍ່­ຟ້າ​ທີ່​ພຸດ​ທະສີ­ມາ​ວັດ​ສີ​ບຸນ​ເຮືອງ ເມືອງ ແລະແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ ວັນ​ທີ 4 ເມ­ສາ​ນີ້​ທີ່​ບ້ານ​ໃຫຍ່​ເມືອງ ແລະ​ແຂວງ​ໄຊ​ຍະ​ບູ​ລີ ໂດຍ​ການເປັນ​ກຽດ​ເຂົ້າ​ຮ່ວມ

ແລະ​ເປັນ​ສັດ ທາ​ຂອງ​ທ່ານ ສົມ​ສະ­ຫວາດ ເລັ່ງ ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ລູກ​ຫຼານ, ທ່ານ ພົງ​ສະ ຫວັນ ສິດ​ທະ​ວົງ ເຈົ້າ­ແຂວງໆ​ໄຊ ຍະ​ບູ​ລີ ພ້ອມ​ດ້ວຍ​ຄອບ­ຄົວ ແລະ ບັນ­ດາ​ການ​ນຳ​ຂອງ​ແຂວງ, ພ້ອມ ດ້ວຍ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ໃນ​ເທ­ສະ​ບານ​ເມືອງ​ໄຊ​ຍະ​ບູ​ລີ ເຂົ້າ​ຮ່ວມ.

ວັດ​ສີ​ບຸນ​ເຮືອງ ເປັນ​ວັດ​ມິ່ງ ເມືອງ​ທີ່​ເກົ່າ​ແກ່​ຂອງ​ຊາວ​ໄຊ​ຍະ ບູ​ລີ ເປັນ​ສະ­ຖານ­ທີ່​ປວງ​ຊົນ​ໃຫ້ ຄວາມ​ເຄົາ­ລົບ​ສັກ­ກະ​ລະ​ບູ­ຊາ​ທັງ ເປັນ​ສະ­ຖານ­ທີ່​ອາ​ນຸ​ຮັກ​ດອກ​ດວງ ລວ­ດລາຍ​ອັນ​ເປັນ​ວັດ­ທະ­ນະ­ທຳ ດັ່ງ​ເດີມ​ທີ່​ສວຍ​ສົດ​ງົດ​ງາມ​ວິ­ຈິດ ບັນ­ຈົງ​ທີ່​ເປັນ​ສີ­ໄມ້­ລາຍ­ມື​ອັນ​ປາ ນີດ​ຂອງ​ບັນ­ພະ­ບຸ­ລຸດ, ໄດ້​ສ້າງ​ໄວ້ ໃຫ້​ຮຸ່ນ​ລູກ​ຮຸ່ນ​ຫຼານ ໄດ້​ຄົ້ນ­ຄວ້າ ຮ່ຳ­ຮຽນ ແລະ​ພ້ອມ​ກັນ​ອາ​ນຸ​ຮັກ ວັດ​ສີ​ບຸນ​ເຮືອງ​ແຕ່​ດັ່ງ​ເດີມ​ມີ​ຊື່­ວ່າ      ວັດ​ວັງ​ທູມ​ຕາມ​ການ​ບອກ­ເລົ່າ ຂອງ​ຜູ້​ເຖົ້າ​ຜູ້​ແກ່​ປູ່​ຍາ­ຕາ​ຍາຍ ນັບ ແຕ່​ມື້​ສ້າງ​ເມືອງ​ໄຊ​ຍະ​ບູ​ລີ​ຂຶ້ນ ເມື່ອ​ໃດ​ກໍ​ໄດ້​ສ້າງ​ວັດ​ແຫ່ງ​ນີ້​ມາ ພ້ອມ​ນັກ​ຄົ້ນ​ຄ້ວ​າ​ວິ­ທະ­ຍາ­ສາດ​ສູນ ກາງ​ໄດ້​ນຳ​ເອົາ​ດິນ­ຈີ່​ທີ່​ປຸກ​ສ້າງ ວັດ​ນັ້ນ​ໄປ​ຄົ້ນ­ຄວ້າ​ພິ­ສູດ ເພື່ອ​ເປັນ ຫຼັກ​ຖານ​ຢັ້ງ­ຢືນ​ວ່າ​ວັດ​ວັງ​ທູມ​ໄດ້ ສ້າງ​ຂຶ້ນ​ເມື່ອ​ປີ ຄສ 1465 ກົງ​ກັບ ພສ 1999 ລວມ​ອາ­ຍຸ​ໄດ້ 551 ປີ, ຈາກ​ການ​ບອກ­ເລົ່າ​ສຶບ​ຕໍ່​ກັນ​ມາ ວ່າ​ໄດ້​ມີ​ຊາວ​ຂອມ​ຈຳ­ນວນ 7   ຄອບ­ຄົວ​ມາ​ຕັ້ງ​ຖິ່ນ​ຖານ​ບ້ານ ເຮືອນ​ຢູ່​ທີ່​ດິນ​ຕອນ​ນີ້​ແລ້ວ​ຄົນ​ລາວ ເຜົ່າ​ອື່ນ​ຈຶ່ງ​ທະ­ຍອຍ​ກັນ​ມາ​ຢູ່​ນຳ ຈົນ​ມີ​ຫຼາຍ​ຄອບ­ຄົວ​ແລ້ວ​ຈິ່ງ​ພາ ກັນ​ສ້າງ​ວັດ, ສ້າງ​ພຸດ​ທະ​ສີ­ມາ ຂຶ້ນ​ພ້ອມ​ທັງ​ໄດ້​ສ້າງ​ພະ­ທາດ, ພະ ພຸດ​ທະ​ຮູບ​ໃຫຍ່​ໜຶ່ງ​ອົງ, ໃສ່​ໃນ​ພຸດ ທະ​ສີມ​ມາ​ແລ້ວ​ຕັ້ງ​ຊື່­ວ່າ​ພະ​ເຈົ້າ ໃຫຍ່​ສີ​ບຸນ​ເຮືອງ.

ວັດ​ສີ​ບຸນ​ເຮືອງ ບ້ານ​ໃຫຍ່​ໃນ ປະ­ຈຸ​ບັນ​ປະ­ກອບ​ມີ 2 ກຸດ​ຕີ, ຫໍ ແຈກ​ຫໍ​ຮອງ, ຫໍ​ສົງ, ຫໍ​ສີມ​ເກົ່າ, ພະເຈີດ 1 ອົງ, ຫໍ​ພະ​ພຸດ​ທະ​ຮູບ​ປາງ ໄສ­ຍາດ, ຫໍ​ພະ­ນອນ ແລະ​ມີ​ຫໍ​ເຈົ້າ ວັດ, ຫໍ​ເຈົ້າ​ບ້ານ​ມີ​ພຸດ​ທະ​ສີ­ມາ​ທີ່ ມີ​ອາ­ຍຸ​ເກົ່າ​ແກ່​ຫຼາຍ​ຮ້ອຍ​ປີ, ມີ​ພະ ເຈົ້າ​ໃຫຍ່ 1 ອົງ, ຕາມ​ຝາ​ມີ​ການ​ຕົບ ແຕ່ງ​ດ້ວຍ​ຮູບ​ຂະ­ໜາດ​ແຕ່​ລະ​ພາບ 80 x120 ຊັງ​ຕີ​ແມັດ, ຫຼາກ​ຫຼາຍ ຮູບ​ແບບ ຊຶ່ງ​ໄດ້​ເນັ້ນ​ໃຫ້​ເຫັນ​ວ່າ ຄະ ຕິ​ທຳ​ທາງ​ພຸດ​ທະ​ສາ­ສະ­ໜາ ແລະ ພຸດ​ທະ​ປະ­ຫວັດ​ເປັນ​ການ​ສອນ​ໃຫ້ ມະ­ນຸດ​ລະ​ເວັ້ນ​ຄວາມ​ຊົ່ວ​ຫັນ​ມາ ສ້າງ​ແຕ່​ຄຸນ­ງາມ­ຄວາມ­ດີ ແລະ​ພັດ ທະ​ນາ​ຈິດ­ໃຈ​ໃຫ້​ບໍ­ລິ­ສຸດ​ຜຸດ​ຜ່ອງ ປັດ​ສະ​ຈາກ​ອາ​ບາຍ​ຍະ​ມຸກ​ທັງ ປວງ​ວັດ​ສີ​ບຸນ​ເຮືອງ​ບ້ານ​ໃຫຍ່​ມີ ຮູບ​ພາບ ແລະ​ສີ​ລະ​ປະ​ທີ່​ສົມ­ບູນ​ສົມ ກັບ​ຄຳ​ວ່າ​ວັດ​ສີ​ບຸນ​ເຮືອງ, ໃນ​ການປະ­ຕິ­ສັງ­ຂອນ​ວັດ​ສີ​ບຸນ​ເຮືອງ​ຄັ້ງ ນີ້ ເປັນ​ຄັ້ງ​ທີ 3 ໂດຍ​ເສີມ​ຫຼັງ­ຄາ ອອກ​ທັງ​ສອງ​ຂ້າງ, ຈາກ​ແປ 2 ຊ້ອນ​ມາ​ເປັນ​ແປ 3 ຊ້ອນ ຂະ­ໜາດ2,50 ແມັດ x 33 ແມັດ, ປ່ຽນ​ດິນ ຂໍ​ເກົ່າ, ປ່ຽນ​ຍອດ​ຊໍ່­ຟ້າ​ຈາກ​ແຕ່ ເກົ່າ​ມີ 1 ຍອດ​ມາ​ເປັນ 5 ຍອດ, ສ້າງ​ໂຄງ​ໄມ້​ໃສ່​ຫຼັງ­ຄາ​ພຸດ​ທະ​ສີ ມາ 14 ໂຕ, ສັດ­ທາ​ຫຼັກ​ໃນ​ການ​ປະ ຕິ​ສັງ​ຂອນ​ວັດ​ສີ​ບຸນ​ເຮືອງ​ຄັ້ງ​ນີ້ ໂດຍ​ແມ່ນ​ທ່ານ ສົມ​ສະ­ຫວາດ ເລັ່ງ ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ຄອບ­ຄົວ​ທີ່​ເປັນ​ເຈົ້າ​ສັດ ທາ​ຍອດ​ຊໍ່­ຟ້າ ມູນ​ຄ່າ 32 ລ້ານ​ກີບ,ໃນ​ນັ້ນ​ມີ​ແຜ່ນ​ຄຳ​ໃສ່​ຍອດ​ຊໍ່­ຟ້າ ນ້ຳ­ໜັກ 5 ບາດ ແລະ​ບັນ­ດາ​ການ ນຳ​ຂອງ​ແຂວງ​ຂອງ​ເມືອງ​ໄຊ​ຍະ ບູ​ລີ ຕື່ມ​ອີກ.

ຂ່າວຈາກ: ຂ່າວເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...