spot_img
Homeຂ່າວຕ່າງປະເທດປະທານາທິບໍດີອິນໂດເນເຊຍ ກຽມຢ້ຽມຢາມຢູເຄຣນ-ຣັດເຊຍ

ປະທານາທິບໍດີອິນໂດເນເຊຍ ກຽມຢ້ຽມຢາມຢູເຄຣນ-ຣັດເຊຍ

Published on

ວັນທີ 22 ມິຖຸນາ 2022, ທ່ານ ເຣດໂນ ມາຊູດີ ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ເຜີຍວ່າ: ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມຢ້ຽມຢາມປະເທດຢູເຄຣນ ແລະ ຣັດເຊຍໃນອາທິດໜ້າ, ເພື່ອເຈລະຈາ ແລະ ຫາທາງອອກຮ່ວມກັນກັບຜູ້ນຳທັງສອງປະເທດ. ຖືວ່າເປັນຜູ້ນຳຄົນຄຳອິດໃນອາຊຽນ ທີ່ຕັດສິນໃຈເດີນທາງຢ້ຽມຢາມຢູເຄຣນ ແລະ ຣັດເຊຍໃນໄລຍະສົງຄາມ.

ທ່ານ ມາຊູດີ ລະບຸວ່າ: ສະຖານະການໃນປັດຈຸບັນຂ້ອນຂ້າງມີຄວາມຊັບຊ້ອນ, ຄວາມຂັດແຍ່ງກັນທີ່ຍັງດຳເນີນຢູ່ໃນປັດຈຸບັນນີ້ ກະທົບຕໍ່ມະນຸດຢ່າງໃຫຍ່ຫຼວງ ລວມທັງໃນວິກິດຂອງອາຫານ, ວິກິດນ້ຳມັນເຊື້ອໄຟ, ລວມທັງວິກິດການເງິນ ໂດຍທາງການອິນໂດເນເຊຍໃນຖານະປະທານກອງປະຊຸມສຸດຍອດຜູ້ນຳ G20 ຈະຍັງບໍ່ໃຊ້ “ໂທລະໂຄ່ງການທູດ” (Megaphone Diplomacy) ທີ່ສົ່ງສຽງຮ້ອງໃສ່ກັນໄປມາ ເພື່ອໃຫ້ບັນລຸຈຸດປະສົງທີ່ຕົນຕ້ອງການ, ແຕ່ຈະໃຊ້ວີທີການເຈລະຈາປານີປານອມ ເພື່ອໃຫ້ບັນລຸຜົນໃນແນວທາງທີ່ເປັນປະໂຫຍດຕໍ່ປະຊາຄົມໂລກຫຼາຍທີ່ສຸດ.

ແຫຼ່ງຂໍ້ມູນຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...