ປະທານາທິບໍດີອາເມຣິກາປະກາດພາວະສຸກເສີນຈາກໄພຄຸກຄາມໄອທີ

ທ່ານ ໂດນັລ ທຣັມ ປະທານາທິບໍດີແຫ່ງສະຫະລັດອາເມຣິກາໄດ້ປະກາດພາວະສຸກເສີນແຫ່ງຊາດຊຶ່ງລະບຸວ່າ ເພື່ອປົກປ້ອງເຄືອຂ່າຍ ຄອມພິວເຕີຂອງປະເທດຈາກສັດຕູຕ່າງຊາດ.

ໂດຍມີການລົງນາມຄຳສັ່ງໃຫ້ຝ່າຍບໍລິຫານຫ້າມໃຫ້ບໍລິສັດຂອງອາເມຣິການຳໃຊ້ເຄືອຂ່າຍໂທລະຄົມມະນາຄົມຂອງບໍລິສັດຕ່າງຊາດ ທີ່ອາດສົ່ງຜົນກະທົບ ແລະ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງປະເທດ.

ທັງນີ້ ທ່ານ ທຣັມ ກໍບໍ່ໄດ້ລະບຸວ່າ ບໍລິສັດຕ່າງຊາດທີ່ໝາຍເຖິງແມ່ນບໍລິສັດໃດ? ແຕ່ວ່ານັກວິເຄາະກໍຄາດຄະເນວ່າ ໝາຍເຖິງບໍລິສັດຍັກໃຫຍ່ຂອງ ສປ ຈີນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ