spot_img
Homeຂ່າວພາຍ​ໃນປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ຈະຢ້ຽມຢາມ ສປປ ລາວ

ປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ຈະຢ້ຽມຢາມ ສປປ ລາວ

Published on

ທູດສະຫະລັດອາເມລິກາ ໃຫ້ຮູ້ວ່າ: ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອບາມາ ຈະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 2-9 ກັນຍາທີ່ຈະມາເຖິງນີ້ ເຊິ່ງເປັນປະທານາທິບໍດີສະຫະລັດອາເມລິກາຄົນທຳອິດທີ່ເດີນທາງມາຢ້ຽມຢາມລາວ ເພື່ອເຂົ້າຮ່ວມກອງປະຊຸມຂອບການຮ່ວມມືສະຫະລັດອາເມລິກາບບັນດາປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກສຽງໃຕ້ (ອາຊຽນ).

ນອກນັ້ນ, ທ່ານຍັງຈະໄດ້ພົບປະກັບບັນດາການນຳຂັ້ນສູງຂອງລາວຫລາຍທ່ານ ເພື່ອເສີມຂະ ຫຍາຍການຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທາງດ້ານເສດຖະກິດ, ການພັດທະນາ ແລະ ຂະແໜງການອື່ນໆ. ພ້ອມນີ້ ປະທານາທິບໍດີ ບາຣັກ ໂອບາມາ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ

ໄວໜຸ່ມອາຊຽນ (Young Southeast Asian Leaders Initiative Summit) ເພື່ອພົບປະສົນທະນາກັບໄວໜຸ່ມລາວທີ່ເຄີຍໄດ້ຮັບທຶນໄປສຶກສາຢູ່ອາເມລິກາອີກດ້ວຍ.

ສ່ວນໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ປະທານາທິບໍດີ ບາຣັກ ໂອບາມາ ຈະໄດ້ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດກັບບັນດາປະເທດອາຊີຕາເວັນອອກ ສຽງໃຕ້ ແລະ ບັນດາປະເທດໃນພາກພື້ນ ແລະ ເພື່ອປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆໃນໂລກ.

 

ຂ່າວຈາກ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...