spot_img
Homeຂ່າວຕ່າງປະເທດປະທານາທິບໍດີຟິລິບປິນ ສັ່ງຕຳຫລວດຍົກເລີກ ຊື້ປືນອາເມຣິກາ 26,000 ກະບອກ!

ປະທານາທິບໍດີຟິລິບປິນ ສັ່ງຕຳຫລວດຍົກເລີກ ຊື້ປືນອາເມຣິກາ 26,000 ກະບອກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພະຈິກນີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ອອກຄຳສັ່ງໃຫ້ ເຈົ້າໜ້າທີ່ຕຳຫລວດຂອງຕົນ ຍົກເລີກການສັ່ງຊື້ປືນໄຣເຟິນ M-4 ຈຳນວນ 26,000 ກະບອກ ຈາກສະຫະລັດອາເມຣິກາ ພາຍຫລັງທີ່ເຈົ້າໜ້າທີ່ລະດັບສູງຂອງອາເມຣິກາ ໄດ້ອອກມາລະບຸເມື່ອທ້າຍເດືອນຕຸລາຜ່ານມາວ່າ ພວກເຂົາຈະລະງັບການຂາຍປືນດັ່ງກ່າວ ໃຫ້ແກ່ຟິລິບປິນ ເນື່ອງຈາກເປັນຫ່ວງເລື່ອງການລະເມີດສິດທິມະນຸດ ໃນການເຮັດສົງຄາມຕໍ່ຕ້ານຢາເສບຕິດຂອງຟິລິບປິນ.

ທ່ານ ດູເຕີເຕ ກ່າວວ່າ ” ເຮົາຈະບໍ່ຍອມຕື້ໄປຊື້ປືນແພງໆຈາກສະຫະລັດຯ, ເຮົາສາມາດຈັດຫາພວກມັນໄດ້ຈາກບ່ອນອື່ນໄດ້ສະເໝີ ຂ້າພະເຈົ້າກຳລັງອອກຄຳສັ່ງໃຫ້ຕຳຫລວດ ຍົກເລີກເລື່ອງນີ້, ເຮົາບໍ່ຕ້ອງການມັນ ”

ທັງນີ້ ຄວາມສຳພັນລະຫວ່າງຟິລິບປິນ ແລະ ສະຫະລັດອາເມຣິກາ ຊຶ່ງເປັນພັນທະມິດກັນມາຍາວນານ ໄດ້ເຂົ້າສູ່ໄລຍະຕົກຕ່ຳລົງ ນັບຕັ້ງແຕ່ປະທານາທິບໍດີ ດູເຕີເຕ ບໍ່ພໍໃຈຕໍ່ສະຫະລັດອາເມຣິກາ ທີ່ວິພາກວິຈານການກວາດລ້າງຢາເສບຕິດຂອງທ່ານ ດ້ວຍມາດຕະການຮຸນແຮງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຫລາຍພັນຄົນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...