spot_img
Homeຂ່າວຕ່າງປະເທດປະທານາທິບໍດີຝຣັ່ງຖືກຕົບໜ້າໃນຂະນະທີ່ກຳລັງທັກທາຍປະຊາຊົນ

ປະທານາທິບໍດີຝຣັ່ງຖືກຕົບໜ້າໃນຂະນະທີ່ກຳລັງທັກທາຍປະຊາຊົນ

Published on

ໃນວັນທີ 9 ມິຖຸນາ 2021 ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີຝຣັ່ງ ທ່ານ ເອັມມາ ມາຄົງ ຖືກຊາຍຜູ້ໜຶ່ງຕົບໜ້າໃນຂະນະທີ່ກຳລັງທັກທາຍປະຊາຊົນໃນລະຫວ່າງການລົງຢຽມຢາມທີ່ນອກເມືອງວາລອງ (Valence) ທາງຕະເວັນອອກສຽງໃຕ້ຂອງປະເທດ.

ວິດີໂອທີ່ເຜີຍແຜ່ທາງໂຊຊຽວມີເດຍສະແດງໃຫ້ເຫັນເຖິງພາບຂອງທ່ານ ມາຄົງທີ່ຢູ່ລະຫວ່າງການເດີນທາງໄປຊຸມຊົນຕະລາມິຕາຊ  (Tain-l’Hermitage) ນອກເມືອງວາລອງ (Valence) ໄດ້ຖືຊາຍຄົນໜຶ່ງທີ່ເພິ່ນມືນຳຕົບໜ້າ ແລະ ມີສຽງຮ້ອງວ່າ “ລະບອບມາຄົງຈົ່ງລົ້ມສະຫຼາຍ” ກ່ອນທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພຈະກັນຕົວປະທານາທິບໍດີອອກໄປ ແລະ ເຂົ້າຈັບກຸມຊາຍຄົນດັ່ງກ່າວ.

ສື່ຂ່າວຂອງປະເທດຝຣັ່ງລາຍງານ ມີຊາຍສອງຄົນຖືກເຈົ້າໜ້າທີ່ຄຸມຕົວໄປຫຼັງເຫດການສະຫຼງົບລົງ ທ່ານ ມາຄົງ ໄດ້ຍ່າງກັບໄປທັກທາຍປະຊາຊົນອີກຄັ້ງ.

ເຖິງແນວໃດກໍ່ຕາມ, ໃນເບື້ອງຕົ້ນຍັງບໍ່ຮູ້ສາເຫດ ຫຼື ແຮງຈູງໃຈຂອງຊາຍຄົນດັ່ງກ່າວທີ່ຕົບໜ້າປະທານາທິບໍດີ ແຕ່ກຳລັງເລັ່ງສືບສວນເຖິງສາເຫດທີ່ແທ້ຈິງຂອງການທຳຮ້າຍຮ່າງກາຍປະທານາທິບໍດີຝຣັ່ງໃນຄັ້ງນີ້.

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...