ປະທານສະພາແຫ່ງຊາດ ຕ້ອນຮັບນາຍົກລັດຖະມົນຕີ ສປ ຈີນ ເຂົ້າຢ້ຽມຂ່ຳນັບ

ຂປລ. ​​ວັນທີ 8 ກັນຍາ 2016 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມຄະນະ ໃນ​ໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ. ​

ໃນໂອກາດດັ່ງກ່າວ, ທ່ານ ນາງ ​ປານີ ຢາທໍ່ຕູ້ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ​ຕີລາຄາສູງຕໍ່ ທ່ານ ລີ ເຄີ້ສຽງ ທີ່ໄດ້ເດີນທາງ​ມາ​ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້,ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຮັດໃຫ້ກອງປະຊຸມດັ່ງກ່າວ, ປະສົບຜົນສຳເລັດຢ່າງຈົບງາມ ທັງເປັນການເສີມຂະຫຍາຍ ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງ​ລັດ ແລະ ປະຊາຊົນສອງຊາດ ລາວ-​ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນງອກ​ງາມຍິ່ງໆຂຶ້ນ.

ທ່ານ ລີ ເຄີ້ສຽງ ກໍ​ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ນາງ ປານີ ຢ່າທໍ່ຕູ້ ທີ່ໄດ້ສະຫລະເວລາອັນມີຄ່າ​ ​ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ພ້ອມທັງເຊື່ອໝັ້ນວ່າ ຈີນ-ລາວ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ແລະ ປະກອບສ່ວນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ ແນໃສ່ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ແຫລ່ງຂ່າວ:
ຂປລ