Homeຂ່າວເຫດການປະທານສະພາແຫ່ງຊາດ ຕ້ອນຮັບນາຍົກລັດຖະມົນຕີ ສປ ຈີນ ເຂົ້າຢ້ຽມຂ່ຳນັບ

ປະທານສະພາແຫ່ງຊາດ ຕ້ອນຮັບນາຍົກລັດຖະມົນຕີ ສປ ຈີນ ເຂົ້າຢ້ຽມຂ່ຳນັບ

Published on

ຂປລ. ​​ວັນ​ທີ 8 ກັນຍາ 2016 ນີ້, ທ່ານ ນາງ ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້ກຽດຕ້ອນຮັບ ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ທ່ານ ລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມຄະນະ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ. ​

​ໃນ​ໂອກາດດັ່ງກ່າວ, ທ່ານ ນາງ ​ປານີ ຢາ​ທໍ່​ຕູ້ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ​ຕີ​ລາຄາ​ສູງ​ຕໍ່ ທ່ານ ລີ ເຄີ້ສຽງ ທີ່​ໄດ້​ເດີນທາງ​ມາ​ເຂົ້າຮ່ວມກອງ​ປະຊຸມ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ ເຮັດໃຫ້ກອງປະຊຸມດັ່ງກ່າວ, ປະສົບຜົນສຳເລັດຢ່າງຈົບງາມ ທັງເປັນການ​ເສີມ​ຂະຫຍາຍ ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງ​ລັດ ​ແລະ ປະຊາຊົນສອງຊາດ​ ລາວ-​ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນງອກ​ງາມຍິ່ງໆຂຶ້ນ.

ທ່ານ ລີ ເຄີ້ສຽງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ທ່ານ ນາງ ປານີ ຢ່າ​ທໍ່​ຕູ້ ທີ່​ໄດ້​ສະຫລະ​ເວລາອັນ​ມີຄ່າ​ ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້. ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ຈີນ-ລາວ ຈະສືບຕໍ່ເສີມຂະຫຍາຍການ​ພົວພັນຮ່ວມ​ມື ແລະ ປະກອບສ່ວນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ ແນໃສ່ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...