spot_img
Homeຂ່າວພາຍ​ໃນປະທານປະເທດ ສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກຳຂອງສະຫາຍ ຟີເດນ ກາສໂຕຼ ຣຸດສ໌

ປະທານປະເທດ ສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກຳຂອງສະຫາຍ ຟີເດນ ກາສໂຕຼ ຣຸດສ໌

Published on

ທີ່ ນະຄອນຫຼວງວຽງຈັນ 26 ພະຈິກ 2016, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກຳ ຂອງ ສະຫາຍ ຟີເດນ ກາສໂຕຼ ຣຸດສ໌ ໂດຍມີເນື້ອໃນວ່າ:

ສະຫາຍ ຣາອູນ ກາສໂຕຼ ຣຸດສ໌, ເລຂາທູິການໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງສາທາລະນະລັດ ກູບາ ທີ່ນະຄອນຫຼວງລາຮາວານ

ສະຫາຍທີ່ຮັກແພງ

ຂ້າພະເຈົ້າມີຄວາມຮູ້ສຶກເສົ້າສະຫຼດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການມໍລະນະກຳຂອງສະຫາຍ ຟີເດນ ກາສໂຕຼ ຣຸດສ໌ ອະດີດເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງສາທາລະນະລັດ ກູບາ ໄດ້ເຖິງແກ່ມໍລະນະກຳໃນວັນທີ 25 ພະຈິກ 2016.

ໃນນາມເລາຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຂ້າພະເຈົ້າຂໍສະແດງຄວາມເສົ້າໂສກເສຍດາຍ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງພັກ ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ, ພິເສດແມ່ນຂໍແບ່ງເບົາຄວາມທຸກໂສກອັນສຸດຊຶ້ງມາຍັງຄອບຄົວຂອງສະຫາຍ ຟີເດນ ກາສໂຕຼ ຣຸດສ໌ ນະໂອກາດນີ້ດ້ວຍ.

ການລ່ວງລັບໄປຂອງສະຫາຍ ຟີເດນ ກາສໂຕຼ ຣຸດສ໌ ເປັນການສູນເສຍຜູ້ນຳການປະຕິວັດທີ່ຍິ່ງໃຫຍ່ ຂອງພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ, ທັງເປັນການສູນເສຍເພື່ອນມິດສະຫາຍ ຮ່ວມຄະບວນການຂອງພັກ, ລັດຖະບານ ແລະ ປະຊາຊົນລາວອີກດ້ວຍ.

 

ທີ່ມາຈາກ: ຂ່າວເສດຖະກິດ-ການຄ້າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...