spot_img
Homeຂ່າວການພັດທະນາປະທານປະເທດ ຕ້ອນຮັບ ປະທານາທິບໍດີ ຟີລິບປິນ

ປະທານປະເທດ ຕ້ອນຮັບ ປະທານາທິບໍດີ ຟີລິບປິນ

Published on

ວັນທີ 7 ກັນຍາ 2016 ນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Rodrigo Roa Duterte ປະທານາທິບໍດີ ແຫ່ງສາທາລະນະລັດ ຟິລິບປິນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ ທ່ານ Rodrigo Roa Duterte ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ຢູ່ນະຄອນຫລວງວຽງຈັນ ເຊິ່ງຈະເປັນການປະກອບສ່ວນເຮັດໃຫ້ກອງປະຊຸມດັ່ງກ່າວດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ທັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ຟິລິບປິນ ໃຫ້ໄດ້ຮັບການພັດທະນາ ແລະແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງ ສະແດງຄວາມຫວັງວ່າ ຟິລິບປິນ ຈະປະກອບສ່ວນຊ່ວຍເຫລືອ, ສະໜັບສະໜູນ ແກ່ ສປປ ລາວ ເພື່ອເຮັດໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະກອງປະຊຸມສຸດຍອດອື່ນໆ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທ່ານ Rodrigo Roa Duterte ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄຸນຄ່າ ຕ້ອນຮັບຕົນພ້ອມຄະນະ ໃນຄັ້ງນີ້, ພ້ອມທັງ ຢືນຢັນຈະປະກອບສ່ວນ ຊ່ວຍເຫລືອ ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະສະແດງຄວາມຫວັງວ່າ ລັດຖະບານທັງສອງປະເທດ ລາວ-ຟິລິບປິນ ຈະສືບຕໍ່ໃຫ້ການ ຊ່ວຍເຫລືອ, ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນທຸກຂົງເຂດວຽກງານ ເປັນຕົ້ນຂົງເຂດເສດຖະກິດ, ກ້ານຄ້າ, ການລົງທຶນ, ການສຶກສາ, ການເງິນ, ແຮງງານ, ການບໍລິການ ແລະອື່ນໆ ແນໃສ່ສ້າງສາພັດທະນາປະເທດຊາດ ໃຫ້ໄດ້ຮັບການພັດທະນາ ແລະຈະເລີນກ້າວໜ້າຍິ່ງໆຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...