ປະຊາຄົມໂລກປະນາມ ການໂຈມຕີຜິດເປົ້າ ຂອງກອງທັບອາກາດສະຫະລັດ

12046580_438667073003745_3797661870424393467_n

ບີບີຊີເປີດເຜີຍມື້ວານນີ້ວ່າກອງທັບ ອາກາດສະຫະລັດຈົມຕີກຸ່ມຕາລີບັນຢູ່ເມຶອງຄຸນດຸສ ປະເທດອັຟການີສະຖານຜິດເປົ້າໄປຖືກສູນ ປິ່ນປົວຄົນເຈັບ ສົ່ງຜົນເຮັດໃຫ້ແພດເສຍຊີວິດຄາທີ່ 3 ຄົນ ແລະ ຄົນເຈັບຕາຍ 30 ຄົນ ຂະນະທີ່ປະຊາຊົນທົ່ວໂລກກ່າວປະນາມ ສະຫະລັດວ່າໄຮ້ປະສິດທິຜົນ ແລະ ບໍ່ມີມະນຸດສະທໍາ. ໃນຂະນະທີ່ທ່ານ ບັນຄີມູນ  ເລຂາທິການໃຫຍ່ ອົງການສະຫະປະຊາຊາດກ່າວວ່າ ຮັບບໍ່ໄດ້ຕໍ່ເຫດການດັ່ງກ່າວ ແລະວ່າການໂຈມຕີຜິດເປົ້າດັ່ງກ່າວເປັນອາຊະຍາກຳ.