spot_img
Homeຂ່າວຕ່າງປະເທດປະຊາກອນ 10% ຂອງຍີ່ປຸ່ນມີອາຍຸຫຼາຍກວ່າ 80 ປີ

ປະຊາກອນ 10% ຂອງຍີ່ປຸ່ນມີອາຍຸຫຼາຍກວ່າ 80 ປີ

Published on

ລັດຖະບານຍີ່ປຸ່ນໄດ້ລາຍງານວ່າ ປະຊາກອນມີຜູ້ສູງອາຍຸ 80 ປີ ຂຶ້ນໄປ ຫຼາຍກວ່າ 10% ເປັນຄັ້ງທຳອິດ, ດ້ວຍອັດຕາການເກີດຕ່ຳຢ່າງຕໍ່ເນື່ອງ ແລະ ປະຊາຊົນຍີ່ປຸ່ນທີ່ມີອາຍຸຍືນ ສົ່ງຜົນໃຫ້ຍີ່ປຸ່ນເປັນປະເທດທີ່ມີຜູ້ສູງອາຍຸຫຼາຍທີ່ສຸດໃນໂລກ ເພາະມີປະຊາກອນອາຍຸຫຼາຍກວ່າ 65 ປີ ຢູ່ທີ່ 29,1%.

ໃນວັນທີ 15 ກັນຍາ 2023 ກະຊວງແຮງງານ ແລະ ສະຫວັດດີການຍີ່ປຸ່ນ ຄາດວ່າ ຈຳນວນຜູ້ສູງອາຍຸຄົບ 100 ປີ ມີຈຳນວນ 92.139 ຄົນ ເພີ່ມຂຶ້ນຈາກປີທີ່ຜ່ານມາ 1.612 ຄົນ ແລະ ເຮັດສະຖິຕິເພີ່ມຂຶ້ນເປັນທີ 53 ແລ້ວ ໂດຍຜູ້ສູງອາຍຸສ່ວນຫຼາຍເປັນຜູ້ຍິງ ຄິດໄລ່ເປັນ 88,5% ຂອງກຸ່ມຄົນທີ່ມີອາຍຸຍືນທີ່ສຸດໃນໂລກ.

ຜູ້ສູງອາຍຸ ທີ່ເປັນເພດຍິງ ອາຍຸ 100 ປີຂຶ້ນໄປ ມີທັງໝົດ 81.589 ຄົນ ເພີ່ມຂຶ້ນຈາກປີທີ່ຜ່ານມາ 1.428 ຄົນ ແລະ “ຟູສະ ທາສຶມິ” ຈາກໂອຊາກ້າ ເປັນຍິງສູງອາຍຸ 116 ປີ ທີ່ມີອາຍຸຫຼາຍທີ່ສຸດ.

ສ່ວນຜູ້ສູງອາຍຸ ທີ່ເປັນເພດຊາຍ ຄາດວ່າ ເພີ່ມຂຶ້ນຈາກປີທີ່ຜ່ານມາ 185 ຄົນ ສູ່ລະດັບ 10.550 ຄົນ ແລະ “ກິຊາບູໂຣະ ໂຊໂນເບະ” ຈາກຊິບະ ມີອາຍຸຫຼາຍທີ່ສຸດ 111 ປີ.

ຂະນະນີ້ ຍີ່ປຸ່ນມີປະຊາກອນສູງອາຍຸຫຼາຍກວ່າ 100 ປີ ສະເລ່ຍ 73,74 ຄົນ ຕໍ່ປະຊາກອນຍີ່ປຸ່ນ 100.000 ຄົນ ເຊິ່ງໃນປີ 2022 ຍິງຍີ່ປຸ່ນມີອາຍຸຍືນສະເລ່ຍ 87,09 ປີ ສ່ວນຜູ້ຊາຍແມ່ນ 81,05 ປີ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...