spot_img
Homeຂ່າວຕ່າງປະເທດປະຊາກອນໂຮຈີມິນ ກັກຕຸນອາຫານກ່ອນເລີ່ມມາດຕາການປິດເມືອງອີກຄັ້ງ

ປະຊາກອນໂຮຈີມິນ ກັກຕຸນອາຫານກ່ອນເລີ່ມມາດຕາການປິດເມືອງອີກຄັ້ງ

Published on

ເວັບໄຊ້ ແຊນເນວນິວເອເຊຍ ໄດ້ລາຍງານວ່າ ປະຊາກອນຫວຽດນາມແຕກຕື່ນພາກັນກັກຕຸນອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ກ່ອນທີ່ຈະຄອນໂຮຈີມິນ ເຊິ່ງເປັນສູນກາງການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ທີ່ຫວຽດນາມ ຈະມີມາດຕາການປິດເມືອງ ໃນວັນທີ 23 ສິງຫາ 2021 ນີ້ ແລະ ໄດ້ມີປະຊາກອນບາງສ່ວນເລັ່ງເດີນທາງອອກຈາກເມືອງ ແລະ ມີປະຊາກອນຈໍານວນຫຼາຍຕໍ່ແຖວເພື່ອຊື້ສິນຄ້າ ເຮັດໃຫ້ສິນຄ້າໝົດກ້ຽງ.

 

ທາງການຫວຽດນາມໄດ້ຍົກລະດັບມາດຕາການການປິດເມືອງ ໂດຍສັ່ງຫ້າມປະຊາຊົນອອກຈາກທີ່ພັກອາໄສ ແລະ ຈະນໍາກໍາລັງທະຫານເຂົ້າຄຸມເຂັ້ມພື້ນທີ່ລ໋ອກດາວ ພ້ອມທັງຂົນສົ່ງອາຫານໃຫ້ແກ່ປະຊາຊົນ ໂດຍລາຍລະອຽດຂອງມາດຕາການລ່າສຸດຈະປະກາດອອມາຫຼັງຈາກນີ້.

ກ່ອນໜ້ານີ້ ປະຊາຊົນຈໍານວນ 13 ລ້ານຄົນ ຢູ່ທີ່ລະຄອນໂຮຈີມິນ ໄດ້ຢູ່ພາຍໃຕ້ການລ໋ອກດາວ ໂດຍຫ້າມປະຊາຊົນອອກບ້ານຕັ້ງແຕ່ເວລາ 18:00 ຕອນແລງ ຫາ 06:00 ໃນຕອນເຊົ້າ ເຊິ່ງຈະມີຜົນຮອດວັນທີ 15 ກັນຍາ 2021.

ລ່າສຸດ, ຫວຽດນາມມີຜູ້ປ່ວຍ ໂຄວິດ-19 ສະສົມ 323,000 ລາຍ ເຊິ່ງຜູ້ຕິດເຊື້ອຫຼາຍກວ່າເຄິ່ງໜຶ່ງແມ່ນຜູ້ທີ່ອາໄສຢູ່ ນະຄອນໂຮຈີມິນ ແລະ ມີຜູ້ເສຍຊີວິດທະລຸ 7,500 ສົບ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...