spot_img
Homeຂ່າວພາຍ​ໃນປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ

ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ

Published on

ທະນາຄານ ແຫ່ງສປປ ລາວ (ທຫລ) ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເຮັດໜ້າທີ່ຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ.

ວັນທີ 1 ມິຖຸນາ 2023 ທີ່ທະນາຄານ ແຫ່ງສປປ ລາວ (ທຫລ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າ ການທະນາຄານແຫ່ງສປປ ລາວ ມີບັນດາຫົວໜ້າກົມ ຫົວໜ້າສາຂາ ທຫລ ແຕ່ລະພາກ ຄະນະອຳນວຍການທະນາຄານລັດ ພ້ອມດ້ວຍພະນັກງານເຂົ້າຮ່ວມ.

ທ່ານ ນາງ ວິນຄຳ ລຸນທອນ ຮອງຫົວໜ້າຄະນະຜູ້ປະຈໍາການ ຄະນະຮັບຜິດຊອບຄົ້ນຄວ້າການສ້າງ ຕັ້ງກົມຄຸ້ມຄ້ອງເງິນຕາຕ່າງປະເທດ ກ່າວວ່າ:ກົມເງິນຕາຕ່າງປະເທດເຄີຍຖືກສ້າງຕັ້ງຂຶ້ນໃນປີ 2001 ເພື່ອເປັນເສນາທິການໃນການຮັບຜິດຊອບວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນຂອບເຂດທົ່ວປະເທດ ແຕ່ມາຮອດປີ 2005 ເນື່ອງຈາກສະພາບເສດຖະກິດມີການຫັນປ່ຽນ ຮຽກຮ້ອງໃຫ້ມີການປັບປຸງ ຊັບຊ້ອນກົງ ຈັກຂອງບາງກົມກອງພາຍໃນ ທຫລ ຄືນໃໝ່ ໃຫ້ສອດຄ່ອງກັບສະພາບການຄຸ້ມຄອງ ແລະ ວາງນະໂຍ ບາຍໃນໄລຍະນັ້ນ ທຫລ ຈຶ່ງໄດ້ໂຮມເອົາ “ກົມເງິນຕາຕ່າງປະເທດ ແລະ ກົມຄົ້ນຄວ້າເສດຖະກິດ” ເຂົ້າ ກັນ ແລ້ວປ່ຽນຊື່ມາເປັນ “ກົມນະໂຍບາຍເງິນຕາ” ໂດຍຮັກສາວຽກຄຸ້ມຄອງເງິນຕາຕ່າງປະເທດເປັນກົງຈັກຂັ້ນພະແນກໃນກົມດັ່ງກ່າວ ເພື່ອຄຸ້ມຄອງເງິນຕາຕ່າງປະເທດໃນໄລຍະນັ້ນຈົນເຖິງປັດຈຸບັນ.

ສະນັ້ນ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍພາລະບົດບາດຂອງທະນາຄານແຫ່ງສປປ ລາວ ທີ່ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ ແລະ ການຄຸ້ມຄອງເງິນຕາຕ່າງປະເທດໃນຂອບເຂດທົ່ວປະເທດ ຈຶ່ງມີຄວາມຈໍາເປັນຕ້ອງມີກົງຈັກຂັ້ນກົມຢູ່ທະນາຄານແຫ່ງສປປ ລາວ ເພື່ອເຮັດໜ້າທີ່ຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ພ້ອມທັງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຍຮັບຈາກການຄ້າ ການບໍລິການ ການລົງທຶນ ໜີ້ສິນ ແລະ ສິນເຊື່ອການຄ້າລະຫວ່າງປະເທດ ພ້ອມທັງຕິດຕາມ ກວດກາ ກະແສເງິນໄຫຼເຂົ້າ-ອອກ ສປປ ລາວ ໃຫ້ທັນສະພາບ ຄົບຖ້ວນ ທັນສະໄໝ ແລະ ສາມາດເຊື່ອມຈອດກັບພາກສ່ວນກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເປັນລະບົບຄົບຊຸດ ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບ ຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ.

ແຫຼ່ງຂ່າວ ແລະ ພາບ: Vientiane Mai

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...