spot_img
Homeຂ່າວເຫດການປະກາດການຈັດຕັ້ງ ພາຍໃນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫລາຍຕໍາແຫນ່ງ

ປະກາດການຈັດຕັ້ງ ພາຍໃນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫລາຍຕໍາແຫນ່ງ

Published on

ໃນວັນທີ 5 ຕຸລານີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະ ອະນຸມັດໃຫ້ພະນັກງານພັກການ-ຮັບເບ້ຍບຳນານ, ໂດຍການເປັນປະທານຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ທ່ານ ວຽງທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ, ໄດ້ຂຶ້ນຜ່ານຄຳສັ່ງປະກາດການຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຫົວໜ້າກົມສັງລວມການເມືອງ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ຍົກຍ້າຍທ່ານ ມະໄລທອງ
ກົມມະສິດ ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມກັບແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າກາສຳນັກງານນາຍົກລັດຖະມົນຕີ, ທັງເປັນເລຂານຸການປະຈຳທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ແຕ່ງຕັ້ງທ່ານ ສີສູນໄທ ແກ້ວໂພໄຊ ຫົວໜ້າພະແນກເປັນເລຂານຸການປະຈຳທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ, ແຕ່ງຕັ້ງທ່ານ ເຂິງຄຳ ແກ້ວໜູຈັນ ຮອງຫົວໜ້າກົມ ແລະ ທ່ານ ແກ້ວດາວວົງ ພິມພັນ ຫົວໜ້າພະແນກເປັນເລຂານຸການປະຈຳທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.

ໃນໂອກາດດຽວກັນ, ຍັງໄດ້ປະກາດໃຫ້ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍອະດີດທ່ານຮອງນາຍົກລັດຖະມົນຕີ, ທ່ານ ຄຳຫລ້າ ທີສະຫວັດດີ ຜູ້ຊ່ວຍທ່ານລັດຖະມົນຕີຫ້ອງວ່າກາສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ຈັນດີ ປັນແກ້ວ ຜູ້ຊ່ວຍລັດຖະມົນຕີຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ແລະ ທ່ານ ຄຳພັນ ຈັດຕະວາກຸນ ຫົວໜ້າພະແນກຄຸ້ມຄອງຊັບສິນ, ກົມຄຸ້ມຄອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ພັກຜ່ອນຮັບເບ້ຍບຳນານ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...