spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງຫລວງພະບາງຈັບຜູ້ຄ້າຢາບ້າລາຍໃຫຍ່

ປກສ ແຂວງຫລວງພະບາງຈັບຜູ້ຄ້າຢາບ້າລາຍໃຫຍ່

Published on

9988 001

 

ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ກຳລັງເຈົ້າໜ້າທີ່ຕົນສາມາດມ້າງຂະບວນການ

ຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ ໃນເຮືອນພັກແຫ່ງໜຶ່ງຢູ່ເມືອງນ້ຳບາກ ແຂວງຫລວງພະບາງ ຈັບຜູ້ຕ້ອງຫາໄດ້

ສອງຄົນຄື: ທ້າວ ວາເນັງ ທໍ ອາຍຸ 30 ປີຢູ່ບ້ານຫ້ວຍເວີ, ເມືອງນ້ຳບາກ, ແຂວງຫລວງພະບາງ ແລະ ທ້າວ ຈະປໍຮາ

ອາຍຸ 35 ປີຢູ່ບ້ານຫລັກ 18 ເມືອງ ແລະ ແຂວງຫລວງນ້ຳທາ ພ້ອມຂອງກາງຢາບ້າ 8 ພັນເມັດເຈົ້າໜ້າທີ່ຈຶ່ງໄດ້ຢຶດ

ໄວ້ເປັນຫລັກຖານໃນການດຳເນີນຄະດີ ໂດຍທັງສອງຄົນຮັບສາລະພາບກັບເຈົ້າໜ້າທີ່ວ່າ: ໄດ້ເຄື່ອນໄຫວຄ້າຢາບ້າ

ນຳກັນຫລາຍຄັ້ງ ເພື່ອໄປຈຳໜ່າຍໃຫ້ລູກຄ້າໃນເມືອງຫລວງພະບາງ ແລະ ເມືອງໃກ້ຄຽງ ເຊິ່ງຊື້ມາຈາກຂະບວນ

ການຄ້າຂາຍຢາເສບຕິດຢູ່ແຂວງບໍ່ແກ້ວ ແລະ ປະເທດມຽນມາ, ໂດຍເຈົ້າໜ້າທີ່ຈະໄດ້ສືບສວນ-ສວບສວນ ຂະ

ຫຍາຍຜົນຕື່ມ ເພື່ອເອົາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

 

ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນນີ້ ສານປະຊາຊົນແຂວງສະຫວັນນະເຂດ ໄດ້ຕັດສິນລົງໂທດນາງ ຄູນເຮືອນ (ເຕ້ຍ)

ອາຍຸ 28 ປີ, ຢູ່ບ້ານໄຊຍະພູມ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ໃຫ້ຈຳຄຸກເປັນ ເວລາ 5 ປີ ພ້ອມ

ປັບໃໝເງິນ 10 ລ້ານກີບ ຊຶ່ງຖືກເຈົ້າໜ້າທີ່ຈັບຕົວເມື່ອເດືອນກຸມພາ 2014 ໃນຂໍ້ຫາຄ້າຂາຍຢາເສບຕິດ, ໂດຍມີ

ຂອງກາງຢາບ້າ 8 ເມັດຊຸກ ເຊື່ອງໄວ້ໃນຖົງໂສ້ງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...