spot_img
Homeຂ່າວພາຍ​ໃນປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກກັກຕົວໄດ້ 7 ຄົນ

ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກກັກຕົວໄດ້ 7 ຄົນ

Published on

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນວ ໃຫ້ສຳພາດວ່າ: ຕໍ່ກັບສະພາບປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາລົດຈັກຂອງປະຊາຊົນ ຢູ່ເມືອງ ຫາດຊາຍຟອງ ເສຍຫາຍເປັນຈຳນວນຫຼາຍຄັນ ໃນໄລຍະຜ່ານມາ ເຊິ່ງຮູບແບບການເສຍກໍມີຫຼາຍກໍລະນີ ຫຼາຍສະຖານທີ່ ແລະ ເວລາທີ່ແຕກຕ່າງກັນ.

ດັ່ງນັ້ນ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ສຸມໃສ່ລົງແກ້ໄຂຢ່າງຕໍ່ເນື່ອງ ເພື່ອນຳຊອກຫາຈັບຕົວຜູ້ກໍ່ເຫດ ມາດຳເນີນຄະດີຕາມກົດໝາຍ ເຊິ່ງໃນລະຫວ່າງວັນທີ 19 ທັນວາ 2022 ຫາ ວັນທີ 1 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດຈັບ ຕົວເປົ້າໝາຍລັກຊັບໄດ້ 7 ຄົນມີ: ທ້າວ ດາວເດັດ ອາຍຸ 35 ປີ ກຳມະກອນ ຢູ່ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ນວ; ວັນທີ 13 ເມສາ 2023 ຈັບຕົວ ທ້າວ ບັນດິດ ອາຍຸ 26 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ, ທ້າວພູທອນ ອາຍຸ 46 ປີ ກຳມະກອນ ຢູ່ບ້ານໂພນ ເມືອງໂພນໂຮງ ແຂວງວຽງຈັນ, ທ້າວໂພຄຳ ອາຍຸ 32 ປີ ກຳມະກອນ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ທ້າວ ແອັດດີ້ ອາຍຸ 28 ປີ ກຳມະກອນ ພັກເຊົາຢູ່ບ້ານໂຄກຊາຍ ເມືອງຫາດຊາຍຟອງ ນວ; ໃນວັນທີ 1 ພຶດສະພາ 2023 ສາມາດຈັບເປົ້າໝາຍໄດ້ອີກ 2 ຄົນມີ: ທ້າວ ຂັນທະລີ ຫຼືນ້ອຍ ອາຍຸ 37 ປີ ຢູ່ບ້ານສາລະຄຳ ເມືອງຫາດຊາຍຟອງ ນວ ແລະ ທ້າວ ຈັນສຸກ ອາຍຸ 35 ປີ ກຳມະກອນ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ.

ຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບເບື້ອງຕົ້ນວ່າ: ໄດ້ຮ່ວມກັນເຄື່ອນໄຫວລັກຊັບພົນລະເມືອງ ກໍຄືລັກລົດຈັກແທ້ ຮູບແບບການລັກແຕ່ລະຄັ້ງແມ່ນອາໄສຊ່ອງຫວ່າງຕອນເຈົ້າຂອງຊັບບໍ່ລະວັງຕົວ ເປັນຕົ້ນ ບໍ່ລັອກກະແຈລົດ ຈຶ່ງລົງມືລັກ.

ປັດຈຸບັນ ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...