spot_img
Homeຂ່າວຢາເສບຕິດປກສ ເມືອງຄໍາເກີດ ສະກັດກັ້ນລົດບັນທຸກຂົນກັນຊາ

ປກສ ເມືອງຄໍາເກີດ ສະກັດກັ້ນລົດບັນທຸກຂົນກັນຊາ

Published on

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 21 ທັນວາ ປີ 2022 ມີພົນລະເມືອງດີແຈ້ງວ່າ: ຈະມີການເຄື່ອນຍ້າຍສີ່ງເສບຕິດ ປະເພດຄັນຊາ ໂດຍໃຊ້ລົດບັນທຸກ ເປັນພາຫະນະເຄື່ອນຍ້າຍ, ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈີ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະ ສົມທົບກັບກໍາລັງ ປກສ ກຸ່ມບ້ານໜອງກອກ ເພື່ອຕິດຕາມເປົ້າໝາຍ ແລະ ສະກັດກັ້ນ.

ມາຮອດເວລາປະມານ 21 ໂມງ 15 ນາທີ ຂອງວັນດຽວກັນ ຈີ່ງພົບເຫັນລົດເປົ້າໝາຍກໍາລັງຂັບເຄື່ອນອອກມາດ້ວຍຄວາມໄວ ຈາກເຂດບ້ານໜອງຊົງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ມຸ່ງໜ້າອອກມາສູ່ສາຍທາງເລກ 8A ເມື່ອມາຮອດ ເຂດບ້ານໜອງກອກ ເຈົ້າໜ້າທີ່ຈີ່ງໄດ້ສະກັດລົດຄັນດັ່ງກ່າວແຕ່ຄົນຂັບບໍ່ຍອມຈອດລົດ ແລະ ຂັບຜ່ານຈຸດສະກັດກັ້ນຂອງເຈົ້າໜ້າທີ່ ມຸ່ງໜ້າໄປທາງເມືອງຄູນຄໍາ ແຂວງຄໍາມ່ວນ, ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ຈີ່ງໄລ່ຕິດຕາມລົດຄັນນດັ່ງກ່າວໄປ ແຕ່ເຫັນວ່າລົດຄັນດັ່ງກ່າວບໍ່ຍອມຢຸດ ຈີ່ງໄດ້ປະສານ ຫາເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ເພື່ອສະກັດຊ່ວຍ ແຕ່ລົດຄັນດັ່ງກ່າວກໍບໍ່ຍອມຈອດ ແລະ ຍັງໄດ້ຂັບຜ່າດ່ານກວດກາຂອງເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ມາຈົນຮອດເຂດບ້ານ ນາຂາມ ເມືອງຄູນຄໍາ ແຂວງຄໍາມ່ວນ ລົດເປົ້າໝາຍຈີ່ງໄດ້ຈອດ ສ່ວນຜູ້ຂັບຂີ່ລົດຄັນດັ່ງກ່າວແມ່ນໄດ້ເອົາຕົວຫຼົບໜີເຂົ້າໄປໃນປ່າ.

ດັ່ງນັ້ນ ເຈົ້າໜ້າທີ່ຈີ່ງກວດກາລົດຄັນດັ່ງກ່າວ ເຊີ່ງເປັນລົດບັນທຸກ ສີແດງ ປ້າຍທະບຽນ 38H 008.02 ພົບເຫັນສີ່ງເສບຕິດ ປະເພດຄັນຊາອັດແທ່ງ ຈໍານວນ 26 ເປົາ ໜໍ້າໜັກ 1,347 ກິໂລກຼາມ, ຄັນຊາ ບໍ່ໄດ້ອັດ ຈໍານວນ 18 ເປົາ ນໍ້າໜັກ 322 ກິໂລກຼາມ, ລວມທັງໝົດ 44 ເປົາ ນໍ້າໜັກ 1.669 ກິໂລກຼາມ, ແລ້ວເຈົ້າໜ້າທີ່ວິຊາສະເພາະຈີ່ງໄດ້ນໍາເອົາລົດ ແລະ ຂອງກາງຄະດີ ເຂົ້າມາເກັບຮັກສາໄວ້ທີ່ກອງບັນຊາການ ປກສ ເມືອງຄໍາເກີດ ເພື່ອຊອກຫາຜູ້ທີ່ກະທໍາຜິດຄັ້ງນີ້ມາດໍາເນີນຄະດີຕາມກົດໝາຍ ສ່ວນຄັນຊາຈໍານວນ 1.669 ກິໂລກຼາມ ຈະໄດ້ນໍາສົ່ງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອທໍາລາຍຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ທີ່ມາ: ຄວາມສະຫງົບແຂວງບໍລິຄຳໄຊ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...