spot_img
Homeຂ່າວພາຍ​ໃນປກສ ອອກມາຖະແຫຼງກໍລະນີເຫດ ແຈັກ ອານຸຊາ ຖືກຍິງຢູ່ບ້ານດົງໝ້ຽງ

ປກສ ອອກມາຖະແຫຼງກໍລະນີເຫດ ແຈັກ ອານຸຊາ ຖືກຍິງຢູ່ບ້ານດົງໝ້ຽງ

Published on

ວັນທີ 5 ພຶດສະພາ 2023 ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກ່ຽວກັບເຫດການຍິງກັນ ໃນຄັ້ງວັນທີ 29 ເມສາ 2023 ບ້ານດົງໝ້ຽງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕໍ່ສື່ມວນຊົນ ປກສ ວ່າ: ໃນເວລາ 23 ໂມງ ຂອງວັນທີ 29 ເມສາ 2023 ໄດ້ຮັບແຈ້ງຄວາມຈາກອົງການປົກຄອງບ້ານ, ທາງເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງກວດກາສະຖານທີ່ເກີດເຫດດັ່ງກ່າວ.

ຜ່ານການສືບສວນ-ສອບສວນ, ເກັບກຳຂໍ້ມູນຂອງເຈົ້າໜາທີ່ຢູ່ສະຖານທີ່ເກີດເຫດ ຈຶ່ງຮູ້ໄດ້ວ່າ ມີເຫດການຍິງກັນແທ້ ແລະ ມີຜູ້ບາດເຈັບ 1 ຄົນຊື່ທ້າວ (ແຈັກ) ອານຸຊາ ຫຼວງສຸພົມ ຫຼື ແຈັກ ອາຍຸ 24 ປີ ເຊື້ອຊາດ-ສັນຊາດ ລາວ, ແລ້ວໄດ້ ນຳສົ່ງຜູ້ທີ່ໄດ້ຮັບບາດເຈັບໄປປິ່ນປົວຢູ່ໂຮງໝໍ.

ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສັນນິຖານເບື້ອງຕົ້ນ ອາດເປັນຂໍ້ຄັດແຍ່ງດ້ານທຸລະກິດ ຫຼື ຂໍ້ຂັດແຍ່ງບັນຫາຊູ້ສາວ. ມາຮອດປັດຈຸບັນທາງເຈົ້າໜ້າທີ່ ໄດ້ສຶບຕໍ່ດຳເນີນສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຕາມຂັ້ນຕອນຂອງກົດໝາຍ.

ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍ ເຊິ່ງບໍ່ທັນສາມາດໃຫ້ການຕໍ່ເຈົ້າໜ້າທີ່ໄດ້ ຈາກເຫດການທີ່ກ່າວມາຂ້າງເທິງນັ້ນ ຂໍໃຫ້ສັງຄົມພິຈາລະນາ, ຮັບຟັງຂ່າວສານຢ່າງມີເຫດຜົນ.

ທີ່ມາ ຄວາມສະຫງົບ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...