spot_img
Homeຂ່າວທ້ອງຖິ່ນບໍ່ແກ້ວເລື່ອນການເຂົ້າຮຽນຂອງຊັ້ນລ້ຽງເດັກ, ອະນຸບານ ແລະ ຊັ້ນປະຖົມໄປເຂົ້າຮຽນໃນວັນທີ 1 ກຸມພາ 2021

ບໍ່ແກ້ວເລື່ອນການເຂົ້າຮຽນຂອງຊັ້ນລ້ຽງເດັກ, ອະນຸບານ ແລະ ຊັ້ນປະຖົມໄປເຂົ້າຮຽນໃນວັນທີ 1 ກຸມພາ 2021

Published on

ຫ້ອງການພະແນກສຶກສາ ແລະ ກີລາແຂວງບໍ່ແກ້ວ ໃນວັນທີ 22 ມັງກອນ 2021 ໄດ້ອອກແຈ້ງການເລື່ອນການຮຽນຂອງຊັ້ນອະນຸບານ ແລະ ປະຖົມທົ່ວແຂວງ ເນື່ອງຈາກມີຄົນຈີນທີ່ຕິດເຊື້ອ ແລະ ລັກລອບເຂົ້າມາແຂວງບໍ່ແກ້ວ.

ປັດຈຸບັນ, ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງແຂວງພວມດຳເນີນການກວດເຂັ້ມງວດ ຕໍ່ກັບພາກສ່ວນທີ່ກ່ຽວຂ້ອງ.

ສະນັ້ນ,​ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດເຂົ້າໃນໂຮງຮຽນ, ຂະແໜງການສຶກສາ ແລະ ກີລາ ແຂວງບໍ່ແກ້ວ. ພະແນກສຶກສາທິການ ແລະ ກີລາແຂວງ ຈຶ່ງເຫັນດີເປັນເອກະພາບເລື່ອນເວລາການເຂົ້າຮຽນຂອງຊັ້ນລ້ຽງເດັກ, ອະນຸບານ ແລະ ຊັ້ນປະຖົມສຶກສາທົ່ວແຂວງນັບທັງພາກລັດ ແລະ ເອກະຊົນ ໄປເຂົ້າຮຽນໃນວັນທີ 1 ກຸມພາ 20 ພ້ອມກັບຊັ້ນມັດທະຍົມສຶກສາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...