spot_img
Homeຂ່າວທ້ອງຖິ່ນບໍ່ມີສອບເສັງນັກຮຽນເກັ່ງລະດັບຊາດສໍາລັບສົກປີ 2020-2021

ບໍ່ມີສອບເສັງນັກຮຽນເກັ່ງລະດັບຊາດສໍາລັບສົກປີ 2020-2021

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາອໍານວຍການຊັ້ນມັດທະຍົມສຶກສາ ໃນຂອບເຂດທົ່ວປະເທດ ໃຫ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2020-2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າຖ້າມີການສອບເສັງດັ່ງກ່າວຈະມີນັກຮຽນເກັ່ງແຕ່ລະແຂວງມາຮວມກັນຢູ່ຈຸດສອບເສັງ ເຊິ່ງມີຄວາມສຽງທີ່ອາດຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ໃນກໍລະນີມີນັກ ຮຽນແຂວງໃດໜຶ່ງຕິດພະຍາດດັ່ງກ່າວໂດຍໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນແຂວງຂອງຕົນ, ໃຫ້ປະຕິບັດນະໂຍບາຍຕໍ່ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດໄວ້ໂດຍມີການມອບໃບຍ້ອງຍໍ, ໃບຢັ້ງຢືນ, ທຶນການສຶກສາ ແລະ ອື່ນໆ ຕາມຄວາມເໝາະສົມ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...