spot_img
Homeຂ່າວຕ່າງປະເທດບໍ່ຖ່ານຫີນລະເບີດຢູ່ຈີນ ກຳມະກອນເສຍຊີວິດ 15 ຄົນ ຍັງສູນຫາຍອີກ 18 ຄົນ

ບໍ່ຖ່ານຫີນລະເບີດຢູ່ຈີນ ກຳມະກອນເສຍຊີວິດ 15 ຄົນ ຍັງສູນຫາຍອີກ 18 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ຕຸລາຜ່ານມານີ້ວ່າ ເກີດເຫດແກັສລະເບີດ ຢູ່ບໍ່ຖ່ານຫີນ Jinshangou ຢູ່ເມືອງໄຫລຊູ ນະຄອນສົງຊິ່ງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ໃນຂະນະທີ່ມີກຳມະກອນເຮັດວຽກຢູ່ໃຕ້ດິນ ຈຳນວນ 35 ຄົນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 15 ຄົນ ແລະ ສູນຫາຍເຖິງ 18 ຄົນ ຊຶ່ງມີພຽງແຕ່ 2 ຄົນເທົ່ານັ້ນ ທີ່ສາມາດຫລົບໜີອອກມາໄດ້ທັນ.

ປັດຈຸບັນໜ່ວຍກູ້ໄພຂອງຈີນ ຫລາຍກວ່າ 200 ຄົນ ກຳລັງດຳເນີນການຄົ້ນຫາຜູ້ສູນຫາຍ, ດ້ານສຳນັກງານກວດກາຄວາມປອດໄພບໍ່ຖ່ານຫີນ ປະຈຳນະຄອນສົງຊິ່ງ ໄດ້ອອກຄຳສັ່ງໃຫ້ບໍ່ຖ່ານຫີນທຸກແຫ່ງ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ລະງັບການຜະລິດໄວ້ຊົ່ວຄາວ ເພື່ອລໍຖ້າກວດກາຄວາມປອດໄພ ຫລັງຈາກເຫດການດັ່ງກ່າວນີ້.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...