spot_img
Homeມູມໄອທີລາວບໍລິສັດ Huawei ເລັ່ງເຫັນຄວາມສຳຄັນອະນາຄົດຂອງຊາດເຮົາ

ບໍລິສັດ Huawei ເລັ່ງເຫັນຄວາມສຳຄັນອະນາຄົດຂອງຊາດເຮົາ

Published on

       ບໍລິສັດ Huawei ທີ່ນຳພາໂດຍທ່ານ Zhu Jinyong ຜູ້ອຳນວຍການຝ່າຍການຄ້າ ແລະ ແຟນຄລັບຂອງຫົວເຫວີຍ ລວມກັນຫລາຍກວ່າ 50 ທ່ານ ທີ່ໄດ້ຮ່ວມເຮັດກິດຈະກຳດີໆເພື່ອສັງຄົມ ພາຍໃຕ້ຊື່ໂຄງການວ່າ “ທ່ອງທ່ຽວພະຈົນໄພໄປກັບ Huawei P9” ເຊິ່ງພວກເຮົາໄດ້ເລັ່ງເຫັນຄວາມສໍາຄັນອະນາຄົດຂອງຊາດ ດ້ວຍການນັດກັນໄປມອບເຄື່ອງອຸປະກອນການສຶກສາ ໃຫ້ກັບນ້ອງໆນັກຮຽນທີ່ທຸກຂາດເຂີນທີ່ຢູ່ຫ່າງໄກຊອກຫຼີກ ໃນຊ່ວງໃກ້ຈະເປີດເທີມໃໝ່ນີ້.

ເຊິ່ງໃນວັນທີ 20/08/2016 ທີມງານຫົວເຫວີຍ ແລະ ແຟນຄລັບຈຳນວນຫຼາຍໄດ້ເດີນທາງໄປມອບເຄື່ອງອຸປະກອນການສືກສາໃຫ້ກັບນ້ອງໆນັກຮຽນ ທີ່ວັດປ່າພະບາດພູເຂົາຄວາຍ ຈຳນວນເດັກນ້ອຍ 100 ຄົນ ທີ່ຂາດເຂີນ ອຸປະກອນການຮຽນ, ໂດຍໄດ້ຮ່ວມມືກັບນາຍບ້ານ ທ່ານ ໂອທອງ ຄະນະບ້ານ ນາຍາງ ເມືອງ ໂທລະຄົມ ແຂວງວຽງຈັນ ແລະ ຂອບໃຈສະຖານທີ່ ວັດປ່າພະບາດພູເຂົາຄວາຍ ທີ່ອຳນວຍຄວາມສະດວກ ຈື່ງເຮັດໃຫ້ການໄປມອບເຄື່ອງອຸປະກອນການສືກສາໄດ້ຕາມຄາດໝາຍ.

ແລະ ໃນວັນທີ 21/8/2016 ທີມງານຫົວເຫວີຍ ພ້ອມແຟນຄລັບກໍໄດ້ມຸ້ງຫນ້າເດີນທາງໄປທີ່ ແກ້ງຍຸຍ ເມືອງວັງວຽງ ເພື່ອນຳເອົາເຄື່ອງອຸປະກອນການສືກສາໄປມອບໃຫ້ກັບນ້ອງໆຊົນເຜົ່າທີ່ແກ້ງຍຸຍ ຈຳນວນເດັກນ້ອຍ 30ຄົນ ທີ່ຂາດເຂີນ ອຸປະກອນການຮຽນຕ່າງໆ, ໂດຍໄດ້ຮ່ວມມືກັບນາຍບ້ານແສງດາວວົງມະຈັນ ບ້ານ ນາດ້ວງ ເມືອງວັງວຽງ ແຂວງວຽງຈັນ ແລະ ຕ້ອງຂໍຂອບໃຈທາງນາຍບ້ານທີ່ໃຫ້ຄວາມຮ່ວມມືກັບທີມງານຂອງພວກເຮົາ ຈື່ງເຮັດໃຫ້ການໄປມອບເຄື່ອງອຸປະກອນການສືກສາໄດ້ໄປຕາມຄາດໝາຍ.

ທ່ານ Zhu Jinyong ໄດ້ອີກກ່າວ​ວ່າ, ໃນ​ຖານະ​ເປັນ​ບໍລິສັດ​ຕ່າງປະເທດ​ທີ່ມາລົງທຶນ ແລະ​ພັດທະນາ​ຢູ່​ລາວ​ເປັນ​ໄລຍະ​ດົນ​ນານມາ​ແລ້ວ, ບໍລິສັດ​ຫົວເຫວີຍ​ໄດ້ເອົາ​ໃຈ​ໃສ່ຫຼາຍ​ນຳ​ການ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບທາງ​ສັງຄົມ​ ໃນຖານະ​ເປັນ​ວິ​ສາ​ຫະກິດ​ຢູ່​ລາວ. ສະນັ້ນ ບໍລິສັດຫົວເຫວີຍ ເອງ ກໍ່ໄດ້ເລັ່ງເຫັນຄວາມສໍາຄັນຂອງເດັກນ້ອຍທີ່ເປັນອະນາຄົດຂອງຊາດ ເຫັນນ້ອງຍີ້ມດີໃຈເມື່ອໄດ້ຮັບເຄື່ອງຮຽນທຸກຄົນທີ່ໄປຮ່ວມງານກໍຍິນດີ ແລະ ພວກເຮົາກໍ່ຍັງສຶບຕໍ່ ມີໂຄງການດີໆແບບນີ້ໃຫ້ກັບສັງຄົມໄປຕະຫລອດ.

IMG_7399 IMG_7448

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...