spot_img
Homeຂ່າວຕ່າງປະເທດບໍລິສັດ Apple ຍ້າຍຖານການຜະລິດໄປຫວຽດນາມ

ບໍລິສັດ Apple ຍ້າຍຖານການຜະລິດໄປຫວຽດນາມ

Published on

ບໍລິສັດ Apple ກໍາລັງເຈລະຈາເພື່ອຜະລິດ Apple Watch ແລະ MacBooks ໃນຫວຽດນາມເປັນຄັ້ງທໍາອິດ.

ສຳນັກຂ່າວ Nikkei Asia ລາຍງານວ່າ: ຜູ້ສະໜອງ Apple Luxshare Precision Industry ແລະ Foxconn ໄດ້ເລີ່ມທົດສອບການຜະລິດ Apple Watch ໃນພາກເໜືອຂອງຫວຽດນາມ ໂດຍມີຈຸດປະສົງເພື່ອຜະລິດອຸປະກອນຢູ່ນອກປະເທດຈີນເປັນຄັ້ງທໍາອິດ.

ຫຼັງຈາກຍ້າຍການຜະລິດຈາກຈີນ ເຮັດໃຫ້ຜູ້ສະໜອງສ້າງໂຮງງານຜະລິດເພີ່ມຂຶ້ນເປັນ 22 ແຫ່ງ ຈາກແຕ່ເກົ່າ 14 ແຫ່ງໃນປີ 2018 ເຊິ່ງບໍ່ແມ່ນແຕ່ Apple ທີ່ອອກຈາກຈີນ ແຕ່ຍັງມີບໍລິສັດໃຫຍ່ໆຂອງໂລກຄື Google, Dell ແລະ Amezon.

ປັດຈຸບັນ ຫວຽດນາມເປັນແຫຼ່ງຜະລິດລາຍໃຫຍ່ຂອງ Apple  ນອກຈາກປະເທດຈີນ ໂດຍຜະລິດຕະພັນຫຼັກຂອງ Apple ເຊັ່ນ Ipad ແລະ Airpods, ແຕ່ Apple Watch ຖືເປັນການຜະລິດທີ່ຊັບຊ້ອນເນື່ອງຈາກມີຂະໜາດນ້ອຍ ແລະ ມີສ່ວນປະກອບຈຳນວນຫຼາຍ ເຊິ່ງຖ້າວ່າ Apple ຍ້າຍການຜະລິດມາຫວຽດນາມຈະເຮັດໃຫ້ມີການຍົກລະດັບອຸດສາຫະກຳຂອງຫວຽດນາມໄປອີກ.

ບໍລິສັດ Apple ຍ້າຍການຜະລິດ Ipad ໄປຫວຽດນາມ ຫຼັງຈາກໄດ້ລັອກດາວໂຄວິດໃນຊຽງໄຮ້ ປະເທດຈີນ.

ແລ້ວຍັງກຳລັງວາງແຜນການຜະລິດຄັ້ງໃຫຍ່ ເພື່ອຜະລິດ AirPods, Apple Watch, HomePod ແລະ ຜະລິດຕະພັນອື່ນ ຍົກເວັ້ນ IPhone ໃນຫວຽດນາມ ໂດຍສ່ວນປະກອບຂອງ MacBooks ມີຄວາມງ່າຍຂຶ້ນກວ່າເກົ່າ ຈຶ່ງງ່າຍຕໍ່ການທີ່ຈະຜະລິດນອກປະເທດຈີນ ແຕ່ໃນຂະນະນີ້ຍັງມີປະເດັນເລື່ອງການແຂ່ງຂັນດ້ານຕົ້ນທຶນການຜະລິດ.

ແບຣນອຸປະກອນອິເລັກໂຕນິກ ອັນດັບຕົ້ນໆຂອງໂລກຄື Apple ແລະ Samsung ພະຍາຍາມຫຼຸດການຜະລິດໃນຈີນ ເພື່ອຫຼຸດຄວາມສ່ຽງ, ໃນຂະນະດຽວກັນກໍເຮັດໃຫ້ຜູ້ສະໜອງໃນຈີນຍ້າຍຖານການຜະລິດພ້ອມ ເຊັ່ນ Luxshare, BYD ແລະ Huaqin

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...