spot_img
Homeຂ່າວຕ່າງປະເທດບໍລິສັດ Airbnb ປົດພະນັກງານເກືອບ 2 ພັນຄົນ ແຕ່ຕອບແທນພະນັກງານດ້ວຍຄວາມຈິງໃຈ ຈົນໄດ້ຮັບສຽງຊື່ນຊົມ

ບໍລິສັດ Airbnb ປົດພະນັກງານເກືອບ 2 ພັນຄົນ ແຕ່ຕອບແທນພະນັກງານດ້ວຍຄວາມຈິງໃຈ ຈົນໄດ້ຮັບສຽງຊື່ນຊົມ

Published on

ເມື່ອວັນທີ 6 ພຶດສະພາ ທີ່ຜ່ານມາ ເວັບໄຊຟອບ Forbes ລາຍງານວ່າ ບໍລິສັດ Airbnb ເຊິ່ງດຳເນີນທຸລະກິດການຈັດຫາບ້ານພັກອອນລາຍ ເປັນອີກໜຶ່ງໃນຫຼາຍທຸລະກິດທົ່ວໂລກ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກວິກິດການລະບາດໂຄວິດ-19 ຈຶ່ງຈຳເປັນຕ້ອງປົດພະນັກງານປະມານ 1,900 ຄົນ ແຕ່ທາງບໍລິສັດໄດ້ມີການຊີ້ແຈງເຖິງເຫດຜົນ ພ້ອມໃຫ້ການຊົດເຊີຍຢ່າງເຫັນອົກເຫັນໃຈ ແລະ ຮອບຄອບຈົນກາຍເປັນການໄດ້ຮັບຄຳຍ້ອງຍໍຈາກຫຼາຍພາກສ່ວນ.

ທ່ານ ໄບຣອັນ ເອຊກີ CEO ຂອງ Air bnb ໄດ້ໃຫ້ຄຳໝັ້ນວ່າ ຈະດູແລ ແລະ ສະແດງນໍ້າໃຈຕໍ່ພະນັກງານທີ່ຖືກປົດທຸກຄົນຢ່າງເຕັມທີ່ ໂດຍຂໍ້ຄວາມໃນຈົດໝາຍໄດ້ລະບຸວ່າ ພະນັກງານໃນອາເມລິກາຈະໄດ້ຮັບເງິນຊົດເຊີຍພື້ນຖານເປັນໄລຍະເວລາ 14 ອາທິດ ແລະ ບວກເພີ່ມ 1 ອາທິດຕໍ່ອາຍຸງານ 1 ປີ, ສ່ວນເສດເດືອນຈະປັດຂຶ້ນເປັນປີທີ່ໃກ້ທີ່ສຸດເຊັ່ນ: ຫາກພະນັກງານເຮັດວຽກມາເປັນເວລາ 3 ປີ 7 ເດືອນ ກໍ່ຈະຄິດເປັນ 4 ປີ 18 ອາທິດ.​ ນອກຈາກນີ້, ພະນັກງານທີ່ຖືກປົດຈະໄດ້ຮັບຫຸ້ນຂອງບໍລິສັດບໍ່ວ່າໄລຍະເວລາການເຮັດວຽກຈະດົນເທົ່າໃດກໍ່ຕາມ ກໍ່ຈະໄດ້ຮັບທຸກຄົນ ແລະ ບໍ່ພຽງແຕ່ເທົ່ານັ້ນ ເຖິງແມ່ນວ່າຈະພົ້ນຈາກການເປັນພະນັກງານຂອງບໍລິສັດໄປແລ້ວ ແຕ່ທາງບໍລິສັດກໍ່ຍັງຈະດູແລເລື່ອງຄ່າໃຊ້ຈ່າຍດ້ານສຸຂະພາບ ໂດຍສະເພາະພະນັກງານໃນອາເມລິກາ ຈະໄດ້ຮັບຄວາມຄຸ້ມຄອງສຸຂະພາບຂອງ COBRA ເປັນເວລາ 12 ເດືອນ ສ່ວນພະນັກງານໃນປະເທດອື່ນໆ ທາງບໍລິສັດຈະຮັບຜິດຊອບຈ່າຍຄ່າປະກັນສຸຂະພາບໄປຈົນໝົດປີນີ້ ລວມເຖິງຈັດຫາບໍລິການທີ່ປຶກສາດ້ານສຸຂະພາບຈິດໃຫ້ຜູ້ທີ່ຕ້ອງການເປັນເວລາ 4 ເດືອນ.

ສ່ວນເລື່ອງການວຽກໃໝ່ ທາງບໍລິສັດຕັ້ງເປົ້າໝາຍທີ່ຈະຊ່ວຍເຫຼືອໃຫ້ພະນັກງານທຸກຄົນໄດ້ມີອະນາຄົດ ໂດຍມີຫຼາຍວິທີທີ່ຈະດຳເນີນການຄື: ເລີ່ມເຮັດໜ້າເວັບໄຊສາທາລະນະໃຫ້ພະນັກງານສາມາດໃສ່ຂໍ້ມູນ ແລະ ປະຫວັດ ສຳລັບໃຫ້ນາຍຈ້າງມາເລືອກເຂົ້າເຮັດວຽກໄດ້ ໂດຍຈະໄດ້ຮັບການສະໜັບສະໜນຢ່າງເຕັມທີ່ຈາກທີມງານບໍລິສັດ ລວມທັງຈະຈ້າງບໍລິສັດຜູ້ຊ່ຽວຊານດ້ານການຈັດຫາງານເຂົ້າມາຊ່ວຍເຫຼືອເປັນເວລາ 4 ເດືອນ ແລະ ສຸດທ້າຍ ອຸປະກອນຄອມພິວເຕີເປັນສິ່ງຈຳເປັນສຳລັບພະນັກງານ ບໍລິສັດຈຶ່ງໄດ້ມອບຄອມພິວເຕີຂອງ Apple ໃຫ້ກັບທຸກຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: hilight.kapook.com

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...