spot_img
Homeຂ່າວຕ່າງປະເທດບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ

ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ

Published on

ໃນວັນທີ 28 ກັນຍາ 2021 ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ ໃຫ້ແກ່ບຸກຄົນທີ່ຢູ່ທ່າມກາງການລະບາດຂອງພະຍາດໂຄວິດ-19 ທີ່ສະແດງອາການ ໂດຍຢາຊະນິດເມັດນີ້ມີຊື່ເອີ້ນວ່າ PF-07321332.

ຢາເມັດຂອງບໍລິສັດໄຟເຊີເອີ້ນໄດ້ວ່າເປັນຢາປະເພດ protease inhibitors ທີ່ເຮັດວຽກໂດຍການຄັດລອກໂຕເອງພາຍໃນຮ່າງກາຍຂອງມະນຸດ ຈຶ່ງເຮັດໃຫ້ບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອໂຄວິດ-19 ຮອບໃໝ່ໄດ້.

ທີມນັກວິທະຍາສາດຂອງບໍລິສັດໄຟເຊີຈະມີການທົດສອບຢາຊະນິດເມັດໃນຂັ້ນຕອນສຸດທ້າຍກັບອາສາສະໝັກທີ່ຮ່າງກາຍແຂງແຮງຈໍານວນ 2,660 ຄົນ ອາຍຸ 18 ປີຂຶ້ນໄປ ທີ່ອາໄສຢູ່ໃນບ່ອນພັກທີ່ມີຜູ້ຕິດເຊື້ອໂຄວິດ-19  ເຊິ່ງອາສາສະໝັກຖືກແບ່ງອອກເປັນສອງກຸ່ມ ໂດຍກຸ່ມໜຶ່ງໃຫ້ກິນຢາເມັດຂອງບໍລິສັດໄຟເຊີ ແລະ ຕ້ອງກິນຢາມື້ລະສອງເມັດເປັນເວລາ 5-10 ມື້ ແລະ ກິນກຸ່ມໜຶ່ງແມ່ນໃຫ້ກິນຢາທີ່ບໍ່ມີຜົນຫຍັງ(ຢາປອມ).

ຈາກນັ້ນນັກວິທະຍາສາດຈະປະເມີນປະສິດທິພາບຂອງຢາ PF-07321332 ໃນການປ້ອງກັນການຕິດເຊື້ອ ແລະ ອາການຕ່າງໆ ພາຍໃນ 14 ມື້ ຫຼັງຈາກທີ່ອາໄສຢູ່ຮ່ວມກັບຜູ້ຕິດເຊື້ອໂຄວິດ-19.

ນອກຈາກນີ້, ບໍລິສັດໄຟເຊີ ຍັງໄດ້ເລີ່ມສຶກສາຢາປ້ອງກັນໂຄວິດ-19 ກັບຜູ້ຕິດເຊື້ອໃນໄວຜູ້ໃຫຍ່ທີ່ມີອາການບໍ່ຮຸນແຮງ ແລະ ລວມທັງຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ນໍາອີກດ້ວຍ.

ແຫຼ່ງຂ່າວ: Thairath 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...