spot_img
Homeຂ່າວຕ່າງປະເທດບໍລິສັດເຄື່ອງສຳອາງຍັກໃຫຍ່ຈະຢຸດຕິການຂາຍຄຣີມບຳລຸງຜິວຂາວໃນອາຊີ

ບໍລິສັດເຄື່ອງສຳອາງຍັກໃຫຍ່ຈະຢຸດຕິການຂາຍຄຣີມບຳລຸງຜິວຂາວໃນອາຊີ

Published on

ເວັບໄຊ laotiantimes ລາຍງານວ່າ ບໍລິສັດ ຈອນສັນ ແອນ ຈອນສັນ ຕັດສິນໃຈທີ່ຈະຢຸດຕິການຂາຍຄຣີມຜິວຂາວທີ່ໄດ້ຮັບຄວາມນິຍົມໃນອາຊີ ແລະ ປາຊີຟິກ (APAC) ຫຼັງຈາກໄດ້ຮັບແຮງກົດດັນຈາມສັງຄົມທ່າມກາງຂໍ້ຂັດແຍ້ງກັນກ່ຽວກັບຄວາມບໍ່ເທົ່າທຽມທາງເຊື້ອຊາດ ແລະ ການຢຽດສີຜິວ.

ສຳນັກຂ່າວຣອຍເຕີລາຍງານວ່າ ບໍລິສັດ ຈອນສັນ ແອນ ຈອນສັນ ຈະຢຸດຂາຍຜະລິດຕະພັນ Clean & Clear Fairness ທີ່ຂາຍໃນອິນເດຍ ແລະ ຈະລະງັບການຂາຍຜະລິດຕະພັນ Neutrogena Fine Fairness ເຊິ່ງມີຢຸ່ໃນອາຊີ ແລະ ປາຊີຟິກ (APAC) ເນື່ອງຈາກຊື່ຂອງຜະລິດຕະພັນ ແລະ ການອ້າງສັບພະຄຸນໃນຜະລິດຕະພັນຫຼຸດຈຸດດ່າງດຳ ນັ້ນສະແດງໃຫ້ເຫັນວ່າການມີຜິວສີຈາງ ຫຼື ຜິວສີຂາວເປັນສິ່ງທີ່ດີກວ່າສີຜິວທີ່ເປັນເອກະລັກ ສິ່ງນີ້ມັນບໍ່ແມ່ນຄວາມຕັ້ງໃຈຂອງບໍລິສັດ ຜິວທີ່ມີສຸຂະພາບດີຄືຜິວທີ່ສວຍງາມ.

ເຊິ່ງທາງບໍລິສັດຈະບໍ່ຜະລິດ ແລະ ຈັດສົ່ງຜະລິດຕະພັນນີ້ອີກຕໍ່ໄປ ແຕ່ສິນຄ້າອາດຍັງປະກາດເທິງຊັ້ນວາງຈຳໜ່າຍຕາມຫ້າງຮ້ານຕ່າງໆ ເນື່ອງຈາກສິນຄ້າຍັງຄົງຄ້າງຢູ່ໃນສາງ ນອກຈາກນີ້ຍັງມີຄົນຫຼາຍກວ່າ 11,000 ຄົນ ລົງນາມໃນການລົນນະລົງເພື່ອຮຽກຮ້ອງໃຫ້ຢູນິລີເວີຢຸດຂາຍຜະລິດພັນ Fair & Lovely ຜະລິດຕະພັນຜິວຂາວທີ່ວາງຂາຍໃນຕະຫຼາດໃນອິນເດຍ ແລະ ຕະເວັນອອກກາງ.

ຄຣີມທີ່ຈະເຮັດໃຫ້ຜິວຂາວ ແລະ ໄດ້ຮັບຄວາມນິຍົມຈາກແມ່ຍິງໃນອາຊີ ແລະ ຕາເວັນອອກກາງ ໂດຍຜູ້ຜະລິດເຄື່ອງສຳອາງທີ່ໃຫຍ່ທີ່ສຸດໃນໂລກເຊັ່ນ: Unilever, Procter & Gamble ແລະ L’Oreal.

ຜະລິດຕະພັນບຳລຸງຜິວໜ້າ ດັ່ງກ່າວ ແມ່ນຖືກຈຳໜ່າຍຢ່າງຫຼວງຫຼາຍໃນປະເທດລາວ ແລະ ໂດຍທົ່ວໄປແມ່ນນຳເຂົ້າຈາກຕົວແທນຈຳໜ່າຍຂອງໄທ, ເຊິ່ງກວມເອົາເຄິ່ງໜຶ່ງຂອງຕະຫຼາດ ສຳລັບຄຣີມບຳລຸງຜິວໜ້າ ທີ່ມີມູນຄ່າ 320 ລ້ານໂດລາຂອງໄທ.

ອີງຕາມ Euromonitor International ພາກພື້ນອາຊີ – ປາຊີຟິກ (APAC) ປະຈຸບັນແມ່ນຕະຫຼາດ ບຳລຸງຜິວທີ່ໃຫຍ່ທີ່ສຸດຂອງໂລກ, ເຊິ່ງມີປະລິມານເຄື່ອງສຳອາງຜິວ ໜັງ ປະມານ 6,277 ໂຕນໄດ້ຖືກຂາຍທົ່ວໂລກໃນປີກາຍນີ້.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...